ຄະນະພະນັກງານຂະແໜງຕ່າງໆກະກຽມໃຫ້ເລື່ອງຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ

Chia sẻ
(vovworld) –ຄະນະ​ຜູ້​ແທນ​ພະນັກງານ​ຂະ​ແໜງ​ຕ່າງ​ໆ, ​ໄດ້​ໄປ​ຢ້ຽມຢາມ​ອົງການ​ຮັກສາ​ສັນຕິພາບ ​​ແລະ ອົງການ​ທີ່​ກ່ຽວຂ້ອງ​ຈຳນວນ​ໜຶ່ງ​ຂອງ​ ສປຊ ຢູ່​ນີວຢອກ, ອາ​ເມ​ລິ​ກາ
ຄະນະພະນັກງານຂະແໜງຕ່າງໆກະກຽມໃຫ້ເລື່ອງຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ - ảnh 1
ຫວຽດນາມ ພ້ອມແລ້ວທີ່ແບ່ງປັນຄວາມຮັບພິດຊອບກັບປະຊາຄົມໂລກ
(ພາບປະກອບ: TTXVN)

(vovworld) – ​ຄະນະ​ຜູ້​ແທນ​ພະນັກງານ​ຂະ​ແໜງ​ຕ່າງ​ໆ ​ໂດຍ​ພົນ​ໂທ ຫງວຽນ​ຈີ​ວິ້ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ຫົວໜ້າ​ຄະນະ​ຊີ້​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ (ສປຊ), ນຳ​ໜ້າ, ​ໄດ້​ໄປ​ຢ້ຽມຢາມ​ອົງການ​ຮັກສາ​ສັນຕິພາບ ​​ແລະ ອົງການ​ທີ່​ກ່ຽວຂ້ອງ​ຈຳນວນ​ໜຶ່ງ​ຂອງ​ ສປຊ ຢູ່​ນີວຢອກ, ອາ​ເມ​ລິ​ກາ, ​ໃນ​ລະຫວ່າງ​ວັນ​ທີ 26-29/6, ​ເພື່ອກະກຽມ​ໃຫ້​ເລື່ອງຫວຽດນາມ ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນ​ຕິ​ພາບ​ຂອງ ສປຊ. ກ່າວ​ຄວາມ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ Edmon Mulet, ຜູ້​ຊ່ວຍ​ວຽກ​ເລຂາທິການ​ໃຫຍ່ ສປຊ ຮັບຜິດຊອບ​ວຽກ​ງານ​ຮັກສາ​ສັນຕິພາບ​ຊົມ​ເຊີຍ​ເລື່ອງ​ຫວຽດນາມ ພ້ອມ​ກັນ​ແບ່ງປັນ​ຄວາມ​ຮັບຜິດຊອບ​ກັບ​ປະຊາ​ຄົມ​ໂລກ, ກຽມພ້ອມ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ ສປຊ. ສ່ວນ​ພົນ​ໂທ ຫງວຽນ​ຈີ​ວິ້ງ ກໍ່​ຢືນຢັນ​ວ່າ, ຫວຽດນາມ​ຈະ​ເຮັດ​ວຽກ​ງານ​ກະກຽມ​ບັນດາ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວມ, ນັບ​ທັງ​ບັນດາ​ລະບຽບ​ການ​ດ້ານ​ກົດໝາຍ, ​ເພື່ອ​ຈັດ​ສົ່ງ​ພົນທະຫານ​ເຂົ້າ​ຮ່ວມ​ບັນດາ​ກົມ​ກອງ​ເສນາ​ລັກ, ທະຫານ​ຊ່າງ​ແສງ ​ແລະ ນາຍ​ທະຫານ​ເປັນ​ເສນາ​ທິການ ທີ່​ຂຶ້ນ​ກັບ​ກຳລັງ​ຮັກສາ​ສັນຕິພາບເປັນ​ຢ່າງ​ດີ.

 

 

ຕອບກັບ