ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ຢ້ຽມຢາມ ໄທ

Chia sẻ

ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ຫວຽດນາມ ຢ້ຽມຢາມ ​ໄທ

ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ຢ້ຽມຢາມ ໄທ - ảnh 1
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟຸ່ງກວາງ​ແທງ
(ພາບປະກອບ)

(vovworld) – ​ໂດຍ​ຕອບ​ສະໜອງ​ຄຳ​ເຊື້ອ​ເຊີນ​ຂອງ​ພົນ​ເອກ ສຸ​ກຳ​ພົນ ສຸວັນນະ​ທັດ,​ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄທ, ຄະນະ​ຜູ້​ແທນການ​ທະຫານ​ຂັ້ນ​ສູງ ຫວຽດນາມ ​ໂດຍ​ທ່ານ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ນຳ​ໜ້າ ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສັນຕະວະ​ໄມຕີລາຊະ​ອານາຈັກ ​ໄທ ​ຢ່າງ​ເປັນ​ທາງ​ການແຕ່​ວັນ​ທີ 11 – 14/3. 2 ຝ່າຍ​ຈະ​ແລກປ່ຽນ​ບັນດາ​ເນື້ອ​ໃນ ​ແລະ ມາດ​ຕະການ​ລະອຽດ, ​ແທດ​ຈິງ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ຫວຽດນາມ - ​ໄທ ບົນ​ພື້ນຖານ “ຂໍ​້ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ສປປ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ລາຊະ​ອານາຈັກ ​ໄທ” (​ເຊິ່ງລົງ​ລາຍ​ເຊັນ​​ເມື່ອເດືອນ 9/2012). ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ປະ​ເທດ, 2 ກອງທັບ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.