ຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ຈີນ

Chia sẻ
ທີ່​ການ​ເຈລະຈາ, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ຫວຽດນາມ ​ແລະ ຈີນ​ໄດ້ພ້ອມ​ກັນ​ໄຈ້​ແຍກ, ຕີ​ລາຄາ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ, ​​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການທາງ​ດ້ານການ​ເມືອງ, ​ເສດຖະກິດ, ສັງຄົມ​ຂອງ 2 ປະ​ເທດ
ຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ຈີນ - ảnh 1
ທ່ານ​ພົນ​ໂທ ເຈີ​ນພິ່ງ​ເຕີ ແລະ ​ທ່ານ ພົນ​ໂທ Do Ba Ty
(ພາບ:dobaty.net)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ສປ ຈີນ, ຕອນ​ບ່າຍ​ວັນ​ທີ 16/4, ຄະນະ​ຜູ້​ແທນ​ທະຫານ​ຂັ້ນ​ສູງ ກອງທັບ​ປະຊາຊົນ​ຫວຽດນາມ ​ໂດຍ​ທ່ານ ພົນ​ໂທ Do Ba Ty, ຫົວໜ້າ​ເສນາ​ທິການ​ໃຫຍ່, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ນຳ​ໜ້າ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ທະຫານ​ຂັ້ນ​ສູງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ ຈີນ ​ໂດຍ​ທ່ານ​ພົນ​ໂທ ເຈີ​ນພິ່ງ​ເຕີ, ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ເຈລະຈາ, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ຫວຽດນາມ ​ແລະ ຈີນ​ໄດ້ພ້ອມ​ກັນ​ໄຈ້​ແຍກ, ຕີ​ລາຄາ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ, ​​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການທາງ​ດ້ານການ​ເມືອງ, ​ເສດຖະກິດ, ສັງຄົມ​ຂອງ 2 ປະ​ເທດ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນຖື​ວ່າ: ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ດ້ານ​ປ້ອງ​ກັນ​ຊາດ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ຢັ້ງຢືນ​ບົດບາດ​ແມ່ນ 1 ​ໃນ​ບັນດາ​ເສົາ​ຄ້ຳ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ພັກ, 2 ລັດ​ຫວຽດນາມ ​ແລະ ຈີນ. ການ​ພົວພັນ​ຮ່ວມ​ມື, ປະສານສົມທົບ​ກັນ​ລະຫວ່າງ​ກອງທັບ​ເຮືອ, ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ແລະ ບັນດາ ທະຫານ​​ເຂດ​ຊາຍ​ແດນ​ສືບ​ຕໍ່​ໄດ້ຮັບ​ການ​ຍູ້​ແຮງ ​ແລະ ບັນລຸ​ປະສິດທິ​ຜົນ​ອັນ​ແທດ​ຈິງ.

        ກ່ຽວ​ກັບ​ບັນ​ຫາ​ບົນ​ທະ​ເລ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຖືວ່າ: ກອງທັບຕ້ອງ​ແມ່ນ​ກຳລັງທີ່​ເປັນແບບຢ່າງ​ນຳ​ໜ້າ​​ໃນ​ການຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ຢ່າງ​ເຂັ້ມ​ງວດ, ​ໃນ​ນັ້ນມີ “ຂໍ້​ຕົກລົງ​ກ່ຽວ​ກັບບັນດາ​​ຫຼັກການແກ້​ໄຂ​ບັນຫາ​ບົນ​ທະ​ເລ”. 2 ຝ່າຍ​ຄວນ​ເອົາ​​ໃຈ​ໃສ່​ ​ແລະ ມີ​ສະຕິ​ລະວັງ​ຕົວ​ບໍ່​ປະ​ໃຫ້​ບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ສວຍ​ໃຊ້​​ເປັນ​ໂອກາດແບ່ງ​ແຍກ​ການ​ພົວພັນ​ສາມັກຄີ ​ແລະ ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຍາວ​ນານ​ຂອງ 2 ປະ​ເທດ​ຫວຽດນາມ ​ແລະ ຈີນ, ​ກໍຄວາມຂາດ​ສະຖຽນ​ລະ​ພາບ​ຢູ່​ແຕ່ລະ​ປະ​ເທດ.