ຄະນະປະຕິບັດງານສະພາຊົນເຜົ່າຂອງສະພາແຫ່ງຊາດ ລົງອວຍພອນປີໃໝ່ Chol Chnam Thmay ຢູ່ ວິງລອງ

Chia sẻ
(VOVWORLD) - ທ່ານປະທານສະພາສະພາຊົນເຜົ່າຂອງສະພາແຫ່ງຊາດ ອີແທັງຮ່າ ນີເອກດັມ, ຕີລາຄາສູງວຽກງານພັດທະນາເສດຖະກິດ - ສັງຄົມຂອງເຂດຊົນເຜົ່າສ່ວນໜ້ອຍຂອງແຂວງໃນໄລຍະຜ່ານມາ ທີ່ມີການຫັນປ່ຽນຢ່າງຕັ້ງໜ້າ
ຄະນະປະຕິບັດງານສະພາຊົນເຜົ່າຂອງສະພາແຫ່ງຊາດ ລົງອວຍພອນປີໃໝ່ Chol Chnam Thmay ຢູ່ ວິງລອງ - ảnh 1ທ່ານສະພາສະພາຊົນເຜົ່າຂອງສະພາແຫ່ງຊາດ ອີແທັງຮ່າ ນີເອກດັມ ອວຍພອນປີໃໝ່ Chol Chnam Thmay ຢູ່ແຂວງ ວິງລອງ
(ພາບ: TTXVN)

ວັນທີ 13 ເມສາ, ທ່ານສະພາສະພາຊົນເຜົ່າຂອງສະພາແຫ່ງຊາດ ອີແທັງຮ່າ ນີເອກດັມ, ໄດ້ລົງໄປສຳຫຼວດກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງເຂດຊົນເຜົ່າສ່ວນໜ້ອຍ ແລະ ອວຍພອນປີໃໝ່ Chol Chnam Thmay ຢູ່ແຂວງ ວິງລອງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາສະພາຊົນເຜົ່າຂອງສະພາແຫ່ງຊາດ ອີແທັງຮ່າ ນີເອກດັມ, ຕີລາຄາສູງວຽກງານພັດທະນາເສດຖະກິດ - ສັງຄົມຂອງເຂດຊົນເຜົ່າສ່ວນໜ້ອຍຂອງແຂວງໃນໄລຍະຜ່ານມາ ທີ່ມີການຫັນປ່ຽນຢ່າງຕັ້ງໜ້າ; ສະພາບການຜະລິດ, ດຳເນີນທຸລະກິດ, ການດຳລົງຊີວິດຂອງພໍ່ແມ່ປະຊາຊົນສືບຕໍ່ໄດ້ຮັບການຮັກສາ ແລະ ພັດທະນາ. ໃນໄລຍະຈະມາເຖິງ, ວິງລອງ ຕ້ອງສຸມໃສ່ໂຄສະນາ, ເຜີຍແຜ່ບັນດາທັດສະນະ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບຊົນເຜົ່າ ແລະ ສາສະໜາ; ສ້າງສະຕິການດຳລົງຊີວິດ ແລະ ເຮັດວຽກຕາມກົດໝາຍໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.

ໃນວັນດຽວກັນ, ເມື່ອໄປອວຍພອນຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ພໍ່ແມ່ປະຊາຊົນບັນດາເຜົ່າແຂວງ ວິງລອງ, ທ່ານ ອີແທັງຮ່າ ນີເອກດັມ, ຢືນຢັນວ່າ, ພໍ່ແມ່ປະຊາຊົນຂະເມ ກວ່າ 1,3 ລ້ານຄົນ ໄດ້ສວມບົດບາດສຳຄັນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ; ທ່ານປາດຖະໜາວ່າ, ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ບັນດາພະສົງສຳມະເນນຊາວເຜົ່າ ຂະເມ ສືບຕໍ່ເສີມຂະຫຍາຍນ້ຳໃຈຮັກຊາດ, ສາມັກຄີ, ລະມັດລະວັງຕໍ່ຖ້ອຍທຳນອງເສກສັນປັ້ນແຕ່ງຂອງບັນດາກຳລັງທີ່ເປັນປໍລະປັກ, ປະຕິບັດບັນດາຂະບວນການຢູ່ທ້ອງຖິ່ນໃຫ້ເປັນຢ່າງດີ, ຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນ, ປະເທດຊາດ.

ຕອບກັບ