ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ)

Chia sẻ
(VOVWORLD) - ເລື່ອງປັບປຸງກົດໝາຍແມ່ນເພື່ອແກ້ໄຂສິ່ງທີຍັງຄົງຄ້າງ, ສ້າງພື້ນຖານນິຕິກຳໃໝ່ໃຫ້ການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ
ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ) - ảnh 1ກອງປະຊຸມຄັ້ງທີ 32 ສືບຕໍ່ເຮັດວຽກ
(ພາບ: quochoi.vn)

        ໂດຍສືບຕໍ່ລາຍການຂອງກອງປະຊຸມຄັ້ງທີ 32, ວັນທີ 17 ເມສາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ). ເລື່ອງປັບປຸງກົດໝາຍແມ່ນເພື່ອແກ້ໄຂສິ່ງທີຍັງຄົງຄ້າງ, ສ້າງພື້ນຖານນິຕິກຳໃໝ່ໃຫ້ການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ, ຮັບປະກັນຄວາມປະສົມກົມກ່ຽວລະຫວ່າງການອະນຸລັກຮັກສາ ແລະ ການພັດທະນາ.

        ແລະກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບເນື້ອໃນຈຳນວນໜຶ່ງຂອງການປັບປຸງ, ເພີ່ມເຕີມທີ່ມະຕິເລກທີ 8 ປີ 2019 ກຳນົດບາງລະບອບສຳລັບສະມາຊິກອົງການ ຫວຽດນາມ ປະຈຳຕ່າງປະເທດ; ປະກອບຄຳເຫັນໃສ່ໃບສະເໜີຂອງລັດຖະບານ ກ່ຽວກັບບົດລາຍງານຄົ້ນຄວ້າຄວາມສາມາດເປັນໄປໄດ້ຂອງໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນ ເໜືອ - ໃຕ້ ທາງທິດຕາເວັນຕົກ ຕອນແຕ່ ຢາເງັ້ຍ (ດັກນົງ) - ເຈີນແທ່ງ (ບິ່ງເຟືອກ); ປະກອບຄຳເຫັນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 15 ເຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນ ພຶດສະພາ ຈະມາເຖິງ…

ຕອບກັບ