ຄະນະກຳມະການເອີຣົບ ສະເໜີໃຫ້ເລີ່ມດຳເນີນບັນດາການເຈລະຈາຮັບ ຢູແກຼນ ແລະ ໂມນດາວີເຂົ້າເປັນສະມາຊິກ

Chia sẻ
(VOVWORLD) - EC ສະເໜີວ່າ ເມື່ອບັນດາການປະຕິຮູບນີ້ໄດ້ປະຕິບັດສຳເລັດ, EU ຄວນເຊີນ ຢູແກຼນ ແລະ ໂມນດາວີ ເຈລະຈາຢ່າງເປັນທາງການກ່ຽວກັບການເຂົ້າເປັນສະມາຊິກຂອງກຸ່ມ.
ໃນບົດລາຍງານກ່ຽວກັບການເປີດກວ້າງສະຫະພາບເອີຣົບ (EU) ທີ່ປະກາດໃນວັນທີ 8 ພະຈິກ, ຄະນະກຳມະການເອີຣົບ (EC) ໄດ້ຕີລາຄາບັນດາຄວາມກ້າວໜ້າຂອງ 10 ປະເທດທີ່ຂໍເຂົ້າຮ່ວມສະຫະພາບເອີຣົບ (EU), ລວມມີ: ຢູແກຼນ, ໂມນດາວີ, ຈໍເຈຍ, 6 ປະເທດຢູ່ບານການ ແລະ ຕວັກກີ ສາມາດບັນລຸໄດ້ ໃນການປະຕິບັດການປະຕິຮູບ ເຊິ່ງ EU ຮຽກຮ້ອງ. ສຳລັບ ຢູແກຼນ ແລະ ໂມນດາວີ, EC ຕີລາຄາສອງປະເທດນີ້ບັນລຸໄດ້ຄວາມກ້າວໜ້າພໍສົມຄວນ. 
ເຖິງຢ່າງໃດກໍຕາມ, EC ກໍ່ຮຽກຮ້ອງໃຫ້ສອງປະເທດນີ້ປະຕິບັດສຳເລັດບັນດາການປະຕິຮູບທາງດ້ານຍຸຕິທຳທີ່ກ່ຽວຂ້ອງເຖິງການຕ້ານການສໍ້ລາດບັງຫຼວງ, ດັດປັບປະມວນກົດໝາຍວ່າດ້ວຍການຂົນຂວາຍແລວທາງ ໃຫ້ສອດຄ່ອງກັບມາດຕະຖານຂອງ EU, ພ້ອມທັງຮັບປະກັນສິດຂອງປະຊາຊົນເຜົ່າສ່ວນໜ້ອຍຢູ່ສອງປະເທດນີ້. EC ສະເໜີວ່າ ເມື່ອບັນດາການປະຕິຮູບນີ້ໄດ້ປະຕິບັດສຳເລັດ, EU ຄວນເຊີນ ຢູແກຼນ ແລະ ໂມນດາວີ ເຈລະຈາຢ່າງເປັນທາງການກ່ຽວກັບການເຂົ້າເປັນສະມາຊິກຂອງກຸ່ມ. ນີ້ໄດ້ຮັບຖືວ່າ ແມ່ນຂ່າວດີສຳລັບອຳນາດການປົກຄອງ ຢູແກຼນ, ໃນສະພາບການປະເທດນີ້ພວມຕົກເຂົ້າສູ່ສະພາບຈົນຕາແຈໃນການປະທະກັນກັບ ລັດເຊຍ. 

ຕອບກັບ