ຄະນະກວດກາຄະນະເລຂາສູນການພັກ ລົງເຮັດວຽກຢູ່ແຂວງ ຕວຽນກວາງ

Chia sẻ
ທ່ານ Le Hong Anh, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ, ຫົວໜ້າ​ຄະນະ​ກວດກາ​ຂອງ​ຄະນະ​ເລຂາສູນ​ກາງ​ພັກໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ພັກ​ແຂວງ ​ແຂວງ​ຕວຽນ​ກວາງ
ຄະນະກວດກາຄະນະເລຂາສູນການພັກ ລົງເຮັດວຽກຢູ່ແຂວງ ຕວຽນກວາງ - ảnh 1
ທ່ານ Le Hong Anh, ກຳມະການ​ກົມ​ການ​ເມືອງ
ເຮັດ​ວຽກ​ກັບ​ຄະນະ​ພັກ​ແຂວງ ​ແຂວງ​ຕວຽນ​ກວາງ
(ພາບ: tuyenquang.gov.vn)

(vovworld) -     ຕອນ​ບ່າຍ​ວັນທີ 18/10, ທ່ານ Le Hong Anh, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ, ຫົວໜ້າ​ຄະນະ​ກວດກາ​ຂອງ​ຄະນະ​ເລຂາສູນ​ກາງ​ພັກໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ພັກ​ແຂວງ ​ແຂວງ​ຕວຽນ​ກວາງ  ກ່ຽວ​ກັບການປະຕິບັດ​ຄຳ​ສັ່ງ​ເລກທີ 3 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານ “ສືບ​ຕໍ່​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດຂອງ​ປະທານ​ໂຮ່ຈິ​ມິນ”. ທ່ານ Le Hong Anh ​ໄດ້​ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ​ຕວຽນ​ກວາງ ຄວນ​ສຸມ​ໃສ່​​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ​ເສີມ​ຂະຫຍາຍ​ທ່າ​ແຮງ ປະຕິບັດ​ບັນດາ​ວຽກ​ງານ​ຈຸດ​ສຸມ​ເປັນ​ຢ່າງ​ດີ: ສຸມ​ໃສ່ຊີ້​ນຳ ນຳພາ​ປະຕິບັດ​ບັນດາຄາດໝາຍ​ຂອງແຜນການ​ພັດທະນາ​ເສດຖະກິດ, ສັງຄົມ​ປີ 2012 ຢ່າງ​ມີ​​ໄຊ. ສືບ​ຕໍ່​ຜັນ​ຂະຫຍາຍ​ການຕຳນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕຳ​ຊົນ​ກັນຕາມ​ຈິດ​ໃຈ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ​ໃນ​ທົ່ວ​ອົງຄະ​ນະ​ພັກ​ຢ່າງ​ເຂັ້ມ​ງວດ, ຕິດ​ພັນ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ສູນ​ກາງພັກ​ຄັ້ງ​ທີ 5, ມະຕິ​ສູນ​ກາງ​ຄັ້ງ​ທີ່ 6 ຊຸດ​ທີ 11 ຂອງ​ພັກ; ສຳ​ຫຼວດກວດຄືນ​, ​ເພີ່ມ​ເຕີ່ມວຽກ​ງາ​ນວາງ​ແຜນ​ສັບ​ຊ້ອນພະນັກງານ​ການ​ນຳ, ຄຸມ​ຄອງ​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ​​ໄລຍະ 2015 – 2020. ທ່ານ Le Hong Anh ​ໄດ້​ຮຽກຮ້ອງ​ໃຫ້ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນທຸກ​ຂັ້ນ​ຕ້ອງ​ມີ​ຫຼາຍ​ວິ​ທີ​ເພື່ອ​ໂຄສະນາ​ຢ່າງ​ອຸດົມສົມ​ບຸນ ​ເພື່ອ​ໃຫ້​ພະນັກງານ, ສະມາຊິກ​ພັກ ມີ​ສະຕິ​ຕື່ນ​ຕົວ​ກວ່າ​ໃນ​ການ​ຮໍ່າຮຽນ​​ ແລະ ​ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມ​ບັດ​ຂອງ​ປະທານ​ໂຮ່ຈິ​ມິນ; ສ້າງ, ​ໂຄສະນາ ​ແລະ ທະວີ​ຄຸນ​ບັນດາ​ຮູບ​ແບບ​ດີ​ເດັ່ນ​ໃນ​ບັ້ນ​ຂົນຂວາຍ​ຢ່າງ​ຕັ້ງໜ້າ.