ຄວາມເຄັ່ງຕຶງ ລະຫວ່າງ ອີຣານ ແລະ ອິດສະຣາແອນ: ອີຣານ ຖະແຫຼງສິ້ນສຸດການບຸກໂຈມຕີ , ຮຽກຮ້ອງໃຫ້ ອິດສະຣາແອນ ບໍ່ໂຕ້ຕອບ

Chia sẻ
(VOVWORLD) - ສະພາບການອາດຈະໄດ້ຮັບຖືວ່າແມ່ນສິ້ນສຸດລົງແລ້ວ” ແລະ ອິດສະຣາແອນ ບໍ່ຄວນດຳເນີນບັນດາການບຸກໂຈມຕີ ໂຕ້ຕອບ. ຄະນະປະຕິບັດງານ ອີຣານ ກ່າວເຕືອນ: “ຖ້າຫາກ ລັດຖະບານ ອິດສະຣາແອນ ມີການກະທຳຜິດພາດອື່ນ, ອີຣານ ຈະຍົກມີປະຕິກິລິຍາໜັກໜ່ວງກ່ວາອີກ”.
ຄວາມເຄັ່ງຕຶງ ລະຫວ່າງ ອີຣານ ແລະ ອິດສະຣາແອນ: ອີຣານ ຖະແຫຼງສິ້ນສຸດການບຸກໂຈມຕີ , ຮຽກຮ້ອງໃຫ້ ອິດສະຣາແອນ ບໍ່ໂຕ້ຕອບ - ảnh 1ລະບົບປ້ອງກັນ UAV ຂອງອິດສະຣາແອນ
(ພາບ:ສຳນັກຂ່າວສານ ຊິນຮວາ/TTXVN)

ວັນທີ 14 ເມສາ, ນາຍພົນ Mohammad Bagheri, ຫົວໜ້າເສນາທິການບັນດາກຳລັງປະກອບອາວຸດ ອີຣານ ໄດ້ຖະແຫຼງວ່າ ການບຸກໂຈມຕີຂອງປະເທດນີ້ເຂົ້າເຂດດິນແດນ ອິດສະຣາແອນ ໄດ້ “ບັນລຸບັນດາເປົ້າໝາຍ”. ທ່ານ Bagheri ຢັ້ງຢືນວ່າ ອີຣານ ບໍ່ມີເຈດຕະນາລົມສືບຕໍ່ປະຕິບັດບັນດາການບຸກໂຈມຕີແນໃສ່ ອິດສະຣາແອນ. ບັນດາການກະທຳໂຕ້ຕອບຂອງ ອິດສະຣາແອນ ຈະພາໄປເຖິງປະຕິກິລິຍາ “ໜັກໜ່ວງກ່ວາ” ຈາກຝ່າຍ ອີຣານ.

        ແລະກໍ່ໃນວັນທີ 15 ເມສາ, ໃນບົດຂຽນທາງສື່ສັງຄົມ X, ຄະນະປະຕິບັດງານ ອີຣານ ປະຈຳ ສປຊ, ຢັ້ງຢືນວ່າ: ສະພາບການອາດຈະໄດ້ຮັບຖືວ່າແມ່ນສິ້ນສຸດລົງແລ້ວ” ແລະ ອິດສະຣາແອນ ບໍ່ຄວນດຳເນີນບັນດາການບຸກໂຈມຕີ ໂຕ້ຕອບ. ຄະນະປະຕິບັດງານ ອີຣານ ກ່າວເຕືອນ: “ຖ້າຫາກ ລັດຖະບານ ອິດສະຣາແອນ ມີການກະທຳຜິດພາດອື່ນ, ອີຣານ ຈະຍົກມີປະຕິກິລິຍາໜັກໜ່ວງກ່ວາອີກ”.

        ວັນທີ 15 ເມສາ, ປະຕິກິລິຍາຕໍ່ການຜັນແປໃໝ່ຢູ່ຕາເວັນອອກກາງ, ທ່ານປະທານາທິບໍດີ ອີຣັກ Abbel Latif Rashid ໄດ້ຮຽກຮ້ອງຫລຸດຜ່ອນຄວາມເຄັ່ງຕຶງ, ພ້ອມທັງເນັ້ນໜັກຄວາມຈຳເປັນຕ້ອງສະກັດກັ້ນການປະທະກັນແຜ່ລາມອອກສູ່ວົງກ້ວາງ.

        ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ອີຣານ  Hossein Amir – Abdollahian, ກ່າວເຕືອນ “ບັນດາການກະທຳເກາະຜິດທີ່ອັນຕະລາຍຄັ້ງໃໝ່ອາດຈະເຮັດໃຫ້ຄວາມເຄັ່ງຕຶງຢູ່ ຕາເວັນອອກກາງເພີ່ມຂຶ້ນ”.

ຕອບກັບ