ກອງປະຊຸມສຳມະນາ “ຕີລາຄາສອງປີແຫ່ງການປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ຢູ່ ຫວຽດນາມ ແງ່ມູມຈາກວິສາຫະກິດ” |
ບົດລາຍງານຂອງ VCCI ໄດ້ສະແດງໃຫ້ເຫັນວ່າ ສັນຍາໄດ້ປະກອບສ່ວນສຳຄັນ ຊ່ວຍການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ EU ພັດທະນາດີພໍສົມຄວນ. ໄປຄຽງຄູ່ກັນນັ້ນ, ສັນຍາຍັງປະກອບສ່ວນເຂົ້າໃນການຊຸກຍູ້ການສົ່ງອອກຂອງ ຫວຽດນາມ ໄປຍັງບັນດາຕະຫຼາດຄູ່ຮ່ວມມື, ພິເສດແມ່ນຄວາມຮັບຮູ້ຂອງວິສາຫະກິດ ຫວຽດນາມ ຕໍ່ ສັນຍາ EVFTA ນັບມື້ນັບເພີ່ມຂຶ້ນ. ທ່ານນາງ ຫງວຽນທິທູຈາງ, ຜູ້ອຳນວຍການສູນອົງການການຄ້າ ສາກົນ (WTO) ແລະ ເຊື່ອມໂຍງ, VCCI ຕີລາຄາວ່າ:
ຜົນປະໂຫຍດເຊິ່ງວິສາຫະກິດໄດ້ຊົມໃຊ້ ຈາກ EVFTA ແມ່ນຜົນປະໂຫຍດທາງດ້ານພາສີອາກອນ ໃຫ້ແກ່ສິນຄ້າສົ່ງອອກ, ນຳເຂົ້າ - ແມ່ນກຸ່ມຜົນປະໂຫຍດໃຫຍ່ທີ່ສຸດ. ບັນດາວິສາຫະກິດ ກໍ່ຕີລາຄາສູງ ບັນດາຜົນປະໂຫຍດຕ່າງໆຄື ມີກາລະໂອກາດຮ່ວມມື, ຮ່ວມສຳພັນ ຕື່ມອີກ ຫຼື ຈຳນວນໃບສັ່ງສິນຄ້າທີ່ມີລາຍຮັບຂອງວິສາຫະກິດກໍ່ເພີ່ມຂຶ້ນ ພາຍຫຼັງສັນຍາສະບັບນີ້ໄດ້ຮັບການລົງນາມ
ກ່ຽວກັບແງ່ຫວັງໃນອະນາຄົດ, ມີຈຳນວນ 76% ວິສາຫະກິດຖືວ່າ, ບັນດາສັນຍາ EVFTA ແລະ ສັນຍາການຄ້າເສລີ FTA ຈະມີຜົກະທົບຕໍ່ແງ່ຫວັງດຳເນີນທຸລະກິດໃນໄລຍະ 3 ປີຈະມາເຖິງ, ສ່ວນຫຼາຍແມ່ນມີຄວາມປະເອີບໃຈທີ່ຈະມີຜົນກະທົບທີ່ຕັ້ງໜ້າ.