ຄວນມານະພະຍາຍາມໜູນຊ່ວຍ ດ້ານການເງິນໃຫ້ກຳລັງປ້ອງກັນ ຄວາມສະຫງົບ ອາບການິດສຖານ

Chia sẻ
ບັນດາ​ສະມາຊິກ​ຂອງ​ອົງການ NATO ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ​້ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອາບ​ກາ​ນິດ​ສຖານ ພາຍຫຼັງທີ່ NATO ຖອນ​ທະຫານ​ໃນ​ປີ 2014
ຄວນມານະພະຍາຍາມໜູນຊ່ວຍ ດ້ານການເງິນໃຫ້ກຳລັງປ້ອງກັນ ຄວາມສະຫງົບ ອາບການິດສຖານ  - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 5/12, ທ່ານ​ນາງ​ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hilary Clinton ​ໃຫ້​ຮູ້​ວ່າ, ​ເລື່ອງ​ບັນດາ​ສະມາຊິກ​ຂອງ​ອົງການ NATO ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ​້ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອາບ​ກາ​ນິດ​ສຖານ ພາຍຫຼັງທີ່ NATO ຖອນ​ທະຫານ​ໃນ​ປີ 2014 ​ແມ່ນ​ມີ​ຄວາມສຳ​ຄັນ​ຍິ່ງ. ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Hilary Clinton ​ໄດ້​ຍົກ​ອອກ​ຂໍ້​ສັງ​ເກດ​ດັ່ງກ່າວ​ຢູ່​ທີ່​ກອງ​ປະຊຸມ​ ເຊິ່ງດຳ​ເນີນ​ໄປ​ຢູ່​ປະ​ເທດແບ​ນຊິກ ລະຫວ່າງ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ NATO ​ແລະ ຜູ້ຕາງໜ້າ​ບັນດາ​ປະ​ເທດ​ທີ່​​ໄດ້ປະກອບ​​ທະ​ຫານ​ໃຫ້​ແກ່​ພາລະ​ກຳ​ຂອງ NATO ຢູ່​ອາບ​ກາ​ນິດ​ສຖານ. ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ​ແຕ່ລະ​ປີ​ຈະ​ສະໜອງ​ຈຳນວນ​ເງິນ 4,1 ຕື້ USD ​ໃຫ​້ກຳລັງທະ​ຫານ, ຕຳຫຼວດ ອາບ​ກາ​ນິດ​ສຖານ ພາຍຫຼັງ​ປີ 2014, ​ແຕ່​ເຂົ້າ​ເຈົ້າ​ພັດສະ​ແດງວິຕົກ​ກັ່ງ​ວົນ​ວ່າ ບັນດາ​ປະ​ເທດ​​ເອີ​ລົບ ພວມ​ນຳ​ໃຊ້​ມາດ​ຕະການ​ຮັດ​ເຂັ້ມ​ຂັດຈະບໍ່​ສາມາດ​ຕອບ​ສະໜອງ​ຄຳ​ໝັ້ນ​ສັນຍາ​​ເຊິ່ງເຂົ້າ​ເຈົ້າ​ຍົກ​ອອກ​ມາ​ໄດ້.