ຂະແໜງສິນໃນນ້ຳ ຫວຽດນາມ ວາງຄາດໝາຍການສົ່ງອອກກຸ້ງໃຫ້ບັນລຸ 4,2 ຕື້ USD ໃນປີ 2019

Chia sẻ
(VOVWORLD) - ປີ 2019, ຂະແໜງສິນໃນນ້ຳ ຫວຽດນາມ ຈະສືບຕໍ່ເພີ່ມມູນຄ່າການສົ່ງອອກໃຫ້ບັນລຸລະດັບ 10 ຕື້ USD; ໃນນັ້ນ ການສົ່ງອອກກຸ້ງສູ້ຊົນໃຫ້ບັນລຸໄດ້ 4,2 ຕື້ USD. 

  ນີ້ແມ່ນຄາດໝາຍຂອງຂະແໜງສິນໃນນ້ຳ ໂດຍທ່ານ ເຈືອງດີງແຮ່ວ, ເລຂາທິການໃຫຍ່ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ ໄດ້ຍົກອອກມາຢູ່ກອງປະຊຸມຜັນຂະຫຍາຍແຜນການປີ 2019 ຂອງຂະແໜງກຸ້ງ, ເຊິ່ງດຳເນີນໃນວັນທີ 13 ມີນາ ຢູ່ແຂວງ ຊອັກຈັງ.

ຂະແໜງສິນໃນນ້ຳ ຫວຽດນາມ ວາງຄາດໝາຍການສົ່ງອອກກຸ້ງໃຫ້ບັນລຸ 4,2 ຕື້ USD ໃນປີ 2019 - ảnh 1ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ  (ພາບ: nhandan.com.vn) 

 ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຖືວ່າ ວົງເງິນສົ່ງອອກບັນລຸ 4,2 ຕື້ USD ແມ່ນຕົວເລກຄາດໝາຍສູງ ແລະ ແມ່ນສິ່ງທ້າທາຍໃຫຍ່ສຳລັບຂະແໜງກຸ້ງໃນປີ 2019, ທ່ານ ຫງວຽນຊວນເກື່ອງ ກ່າວວ່າ:

        ປີນີ້ ພວກເຮົາສູ້ຊົນບັນລຸໃຫ້ໄດ້ 780.000 ໂຕນ, ໝາຍຄວາມວ່າ ປະລິມານພຽງແຕ່ເພີ່ມຂຶ້ນ 3% ເທົ່ານັ້ນ ແຕ່ມູນຄ່າເພີ່ມຂຶ້ນເຖິງ 10%. ດັ່ງນັ້ນ, ພວກເຮົາຕ້ອງໝູນໃຊ້ເຕັກໂນໂລຊີ, ລະບົບເຄື່ອງຈັກ, ການບໍລິຫານຢ່າງສຸດຂີດ ເພື່ອສ້າງມູນຄ່າໃຫ້ໄດ້ສູງທີ່ສຸດ. ຈຸດໜຶ່ງອີກ ນັ້ນແມ່ນກ່ຽວກັບການຕະຫລາດ, ໄປຄຽງຄູ່ກັບການຈັດຕັ້ງການຂຸດຄົ້ນຕະຫລາດໃຫ້ເປັນຢ່າງດີ, ຕົວຢ່າງຄືຢູ່ໃນຕະຫລາດມູນເຊື້ອຄື: ອີຢູ, ອາເມລິກາ, ຍີ່ປຸ່ນ, ຈີນ, ພວກເຮົາຕ້ອງເປີດຕະຫລາດໃໝ່ຕື່ມອີກ, ຍິ່ງໄປກ່ວານັ້ນ ແມ່ນຕະຫລາດຕາເວັນອອກກາງ, ຕະຫລາດອາຟຣິກາ ແລະ ບັນດາຕະຫລາດທີ່ໄດ້ເປີດແລ້ວນັ້ນ ຕ້ອງຂະຫຍາຍຂອບຂະໜາດໃຫ້ກ້ວາງກ່ວາເກົ່າ.

ຕອບກັບ