ຂະ​ແໜ​ງ​ພ​າ​ສີ ຫວຽດ​ນາມ ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຫົວ​ໜ້າກົ​ມ​ໃຫຍ່ພາ​ສີ ASEM ຄັ້ງ​ທີ 13

Chia sẻ
(VOVWORLD) -ໂດຍປະຕິບັດຕາມພັນທະຂອງສະມາຊິກໃນຂອບເຂດເວທີປາໄສ ການຮ່ວມມືອາຊີ - ເອີລົບ (ASEM), ກົມໃຫຍ່ພາສີ ຫວຽດນາມຈະເປັນເຈົ້າພາບຈັດຕັ້ງກອງປະຊຸມຫົວໜ້າກົມໃຫຍ່ພາສີ ASEM ຄັ້ງທີ 13 ຢູ່ ຫວຽດນາມ. ກອງປະຊຸມຈະຈັດຕັ້ງໃນລະຫວ່າງ ວັນທີ 9 – 10 ຕຸລາ 2019 ຢູ່ນະຄອນ ຮະລອງ, ແຂວງ ກ໋ວາງນິງ.
ຂະ​ແໜ​ງ​ພ​າ​ສີ ຫວຽດ​ນາມ ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຫົວ​ໜ້າກົ​ມ​ໃຫຍ່ພາ​ສີ ASEM ຄັ້ງ​ທີ 13 - ảnh 1ການຖະແຫຼງຂ່າວກ່ຽວກັບກອງປະຊຸມຫົວໜ້າກົມໃຫຍ່ພາສີ ASEM ຄັ້ງທີ 13 (ພາບ: Dangcongsan.vn)

ກອງປະຊຸມສຳມະນາມີຄະນະຜູ້ແທນ ເຂົ້າຮ່ວມ 53 ຄະນະ ຊຶ່ງແມ່ນບັນດາຫົວໜ້າກົມໃຫຍ່, ຂ້າຫຼວງໃຫຍ່ບັນດາອົງການພາສີຂອງບັນດາປະເທດ ສະມາຊິກ ASEM, ເລຂາທິການໃຫຍ່ອົງການຈັດຕັ້ງພາສີໂລກ, ສະຫະພາບເອີລົບ ແລະ ຜູ້ຕາງໜ້າສະຖານທູດບັນດາປະເທດ ສະມາຊິກ ASEM ປະຈຳ ຫວຽດນາມ. ເວທີປາໄສ ASEM ໄດ້ສົນທະນາ 3 ເສົາຄ້ຳ ການເມືອງ, ຄວາມໝັ້ນຄົງ - ເສດຖະກິດ ແລະ ວັດທະນະທຳສັງຄົມ ແລະ ການຮ່ວມມືດ້ານພາສີໃນເວທີປາໄສ ASEMແມ່ນນອນໃນວິວັດທະນາການສົນທະນາດ້ານຄວາມໝັ້ນຄົງ - ເສດຖະກິດດ້ວຍບຸລິມະສິດຕົ້ນຕໍແມ່ນເພີ່ມເຕີມ ແລະ ເພີ່ມທະວີການປະຕິບັດລະບົບການຄ້າຫຼາຍຝ່າຍໃນ WTO.

        ພ້ອມກັບຈິດໃຈຍູ້ແຮງ ແລະ ຍົກສູງລະດັບການພົວພັນຫຼາຍຝ່າຍ, ເລື່ອງ ຫວຽດນາມເປັນເຈົ້າພາບກອງປະຊຸມສຳມະນາຫົວໜ້າກົມໃຫຍ່ພາສີ ສົນທະນາ ເພື່ອແນໃສ່ຢັ້ງຢືນຄວາມເປັນເຈົ້າການປະກອບສ່ວນເຂົ້າການກຳນົດທິດໃຫ້ແກ່ການເຄື່ອນໄຫວຮ່ວມມືພາສີອາຊີ - ເອີລົບ, ປະກອບສ່ວນສ້າງຄວາມເຊື່ອມຕໍ່ ແລະ ການຮ່ວມມືພາກພື້ນຂົງເຂດພາສີໃນສະພາບການປະຕິວັດອຸສາຫະກຳ 4.0…

ຕອບກັບ