ຂະແໜງການເງິນເປັນເຈົ້າການ, ປະດິດຄິດສ້າງ, ປະຕິບັດສຳເລັດຄາດໝາຍໃນອາຍຸການ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 08 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບວຽກງານການເງິນ-ງົບປະມານແຫ່ງລັດປີ 2020, ຜັນຂະຫຍາຍໜ້າທີ່ປີ 2021. 
ຂະແໜງການເງິນເປັນເຈົ້າການ, ປະດິດຄິດສ້າງ, ປະຕິບັດສຳເລັດຄາດໝາຍໃນອາຍຸການ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ

  ກອງປະຊຸມໄດ້ຈັດຂຶ້ນທາງອອນລາຍ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າການນຳບາງກຳມາທິການຂອງສະພາແຫ່ງຊາດ; ບັນດາກະຊວງ, ຂະແໜງການ, ອົງການຂຶ້ນກັບສູນກາງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:

        “ຂະແໜງການເງິນໄດ້ປະຕິບັດໜ້າທີ່ການເງິນ-ງົບປະມານແຫ່ງລັດໃນສະພາບເກີດຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ-19 ໄດ້ເປັນຢ່າງດີ, ເປັນເຈົ້າການໃນການເປັນເສນາທິການ, ປະກາດໃຊ້ກົນໄກ, ນະໂຍບາຍຕ່າງໆເພື່ອຮັບມືກັບໂລກລະບາດ, ແກ້ໄຂໄພພິບັດທຳມະຊາດ, ໜູນຊ່ວຍການຜະລິດ, ດຳເນີນທຸລະກິດເປັນປົກກະຕິ, ຊຸກຍູ້ການປ່ອຍເງິນທຶນສາທາລະນະ, ໜູນຊ່ວຍພື້ນຖານເສດຖະກິດ, ຜັນຂະຫຍາຍບັນດາມາດຕະການ, ໜູນຊ່ວຍວິສາຫະກິດໄດ້ຢ່າງທັນການ.

        ເມື່ອເຕື້ອງເຖິງໜ້າທີ່ປີ 2021, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ຂະແໜງການເງິນ ຕ້ອງສືບຕໍ່ປ່ຽນແປງໃໝ່, ຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດກ່ວາ ປະກອບຂຸດຄົ້ນຫລາຍແຫຼ່ງກຳລັງເພື່ອພັດທະນາປະເທດຊາດ.

ຕອບກັບ