ຂໍ້​ລິ​ເລີ່ມ​ໜັງ​ສື​ຜ່ານ​ແດນ Logistics ໂລກ - ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ຫວຽດ​ນາມ - UAE ກ່ຽວ​ກັບ Logistics

Chia sẻ
(VOVWORLD) -ພິທີລົງນາມ ແລະ ເວທີປາໄສກ່ຽວກັບຂໍ້ລິເລີ່ມໜັງສືຜ່ານແດນ Logistics ໂລກ - ຄວາມສາມາດບົ່ມຊ້ອນເພີ່ມທະວີການຮ່ວມມື ຫວຽດນາມ - UAE ກ່ຽວກັບ Logistics” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 28 ກຸມພາ. 

ຕອນເຊົ້າວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ ໄດ້ໄຂ “ພິທີລົງນາມ ແລະ ເວທີປາໄສກ່ຽວກັບຂໍ້ລິເລີ່ມໜັງສືຜ່ານແດນ Logistics ໂລກ - ຄວາມສາມາດບົ່ມຊ້ອນເພີ່ມທະວີການຮ່ວມມື ຫວຽດນາມ - UAE ກ່ຽວກັບ Logistics” ໂດຍໂຄງການໜັງສືຜ່ານແດນ Logistics ໂລກ (World Logistics passport – WLP) ສົມທົບກັບ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳ ສະຫະລັດ ອາຣັບ ເອມິເຣດ (UAE) ຈັດຂຶ້ນ.

ຂໍ້​ລິ​ເລີ່ມ​ໜັງ​ສື​ຜ່ານ​ແດນ Logistics ໂລກ - ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ຫວຽດ​ນາມ - UAE ກ່ຽວ​ກັບ Logistics - ảnh 1 ພິທີລົງນາມ  (ພາບ: moit.gov.vn) 

        WLP ໄດ້ສ້າງຂຶ້ນ ເພື່ອຫຼຸດຜ່ອນສິ່ງກີດຂວາງການຍົກເວັ້ນພາສີອາກອນ ໃນການຄ້າສາກົນ ຜ່ານການຫຼຸດຜ່ອນການຫຼຸດເວລາ ແລະ ຄ່າໃຊ້ຈ່າຍການບໍລິການ Logistics. ທ່ານ ຫງວຽນເຕືອງ, ຮອງເລຂາທິການໃຫຍ່ ສະຫະສະມາຄົມວິສາຫະກິດ Logistics ຫວຽດນາມ, ໃຫ້ຮູ້ວ່າ:

        ທີໜຶງແມ່ນສ້າງຄວາມສະດວກໃຫ້ແກ່ການຄ້າ. ທີສອງແມ່ນຫຼຸດໄລຍະເວລາລົງ, ແລະ ທີສາມ - ຈາກນັ້ນແມ່ນ ຄ່າໃຊ້ຈ່າຍ Logistics ແລະ ຄ່າໃຊ້ຈ່າຍທີ່ກ່ຽວຂ້ອງເຖິງສິນຄ້າຈະຫຼຸດລົງໄປ. ຢາກເຮັດໄດ້ສິ່ງນີ້, ບັນດາປະເທດຕ້ອງມີບັນດາຫົວໜ່ວຍ, ບັນດາບໍລິສັດທີ່ເຮັດກ່ຽວກັບບັນຫານີ້ ແລະ ເຂົ້າຮ່ວມໃນເຄື່ອຄ່າຍຕາມຂໍ້ກຳນົດ.

        ນັບແຕ່ເດືອນພຶດສະພາ 2021, ຫວຽດນາມໄດ້ກາຍເປັນໜຶ່ງໃນ 29 Hub ຂອງ WLP. ມາຮອດປະຈຸບັນ, 22 ວິສາຫະກິດ ທີ່ສະໜອງການບໍລິການ Logistics ຂອງຫວຽດນາມ ໄດ້ລົງທະບຽນເຂົ້າເປັນສະມາຊິກຂອງໂຄງການ WLP ແລ້ວ.

ຕອບກັບ