ຂໍ້ກຳນົດໃຫມ່ດ້ານພາສີຫລັງ Brexit ສຳລັບສິນຄ້າຈາກ ອີຢູ ໄປຍັງອັງກິດມີຜົນສັກສິດຢ່າງເປັນທາງການ

Chia sẻ

(VOVWORLD) -ສະຫະພັນອາຫານແຊເຢັນ ອັງກິດ ກ່າວເຕືອນ ກ່ຽວກັບຄວາມສ່ຽງຂາດແຄນອາຫານພາຍໃນປະເທດ ພາຍຫລັງມີບັນດາຂໍ້ກຳນົດໃຫມ່ດ້ານພາສີ ຫລັງ Brexit ສຳລັບສິນຄ້າມາຈາກ ສະຫະພາບເອີລົບ (ອີຢູ) ໄປຍັງ ອັງກິດ ມີຜົນສັກສິດນັບແຕ່ວັນທີ 1 ມັງກອນປີ 2022.

ຂໍ້ກຳນົດໃຫມ່ດ້ານພາສີຫລັງ Brexit ສຳລັບສິນຄ້າຈາກ ອີຢູ ໄປຍັງອັງກິດມີຜົນສັກສິດຢ່າງເປັນທາງການ - ảnh 1ລົດຂົນສົ່ງສິນຄ້າອອກຈາກທ່າກຳປັ່ນ Dover, ທາງທິດຕາເວັນອອກສ່ຽງໃຕ້ ອັງກິດ. ພາບ: AFP/TTXVN

ສະຫະພັນອາຫານແຊເຢັນ ອັງກິດ ໃຫ້ຂໍ້ສັງເກດວ່າ: ບັນດາຂໍ້ກຳນົດຈຳກັດໃຫມ່ສຳລັບຜະລິດຕະພັນຈາກສັດ ຜັກພືດຈາກ ອີຢູ ອາດຈະກໍ່ໃຫ້ເກີດສະພາບສິນຄ້າຢູ່ບັນດາທ່າກຳປັ່ນຖືກອຶດອັກຊັກຊ້າໃນໂອກາດປີໃຫມ່ ຍ້ອນບໍລິສັດຫລາຍແຫ່ງໃນລະບົບສະຫນອງ ພິເສດ ແມ່ນບັນດາບໍລິສັດ logistics ຢູ່ ຝ່າຍ ອີຢູ ອາດຈະບໍ່ກະກຽມຢ່າງທັນການໃຫ້ແກ່ບັນດາການປ່ຽນແປງນີ້. ຂໍ້ກຳນົດໃຫມ່ ຮຽກຮ້ອງບັນດາວິສາຫະກິດຕ້ອງສຳເລັດເອກະສານທີ່ຈຳເປັນຢ່າງຫນ້ອຍສຸດແມ່ນດ້ວຍ 4 ພາສາກ່ອນທີ່ສິນຄ້າໄດ້ຂົນສົ່ງເຖິງຊາຍແດນຂອງ ອັງກິດ, ຖ້າບໍ່ຕອບສະຫນອງໄດ້ຄຳຮຽກຮ້ອງນັ້ນ ສິນຄ້າຈະຕ້ອງກັບຄືນສູ່ບ່ອນເກົ່າ. ບັນດາຜະລິດຕະພັນຈາກສັດ ຜັກພືດຕ້ອງມີເອກະສານຢັ້ງຢືນຕົ້ນກຳເນີດ.

ຕອບກັບ