ກຳປູເຈຍບໍ່ໄດ້ເຊັນຂ້ໍຕົກລົງໃໝ່ກັບຈີນກ່ຽວກັບບັນຫາທະເລຕາເວັນອອກ

Chia sẻ
ບັນດາ​ປະ​ເທດ​ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ່ງກັນ​ຢູ່ທະ​ເລ​ຕາ​ເວັນ​ອອກ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ 2 ຝ່າຍ​ກັບ ຈີນ ຈະ​ດີ​ກ່ວາ​ເລື່ອງ​ທັງ​ກຸ່ມ ອາ​ຊຽນ ​ກັບ ຈີນ ​ໃນ​ບັນຫາ​ນີ້.
ກຳປູເຈຍບໍ່ໄດ້ເຊັນຂ້ໍຕົກລົງໃໝ່ກັບຈີນກ່ຽວກັບບັນຫາທະເລຕາເວັນອອກ - ảnh 1
ທ່ານ Phay Siphan

(vovworld) –  ວັນ​ທີ 27/4, ທ່ານ Phay Siphan, ລັດຖະມົນຕີ, ​ໂຄສົກ​ຂອງ​ສະພາ​ລັດຖະມົນຕີ ກຳປູ​ເຈຍ ​ໄດ້​ຢັ້ງຢືນວ່າ “ກຳປູ​ເຈຍ​ບໍ່​​ໄດ້​ເຊັນ​ຂ້ໍ​ຕົກລົງ​ໃໝ່​ກັບ​ຈີນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອ​ອກ” ​ເມື່ອ​ຕອບ​ສຳພາດຕໍ່ສຳນັກ​ຂ່າວສານ ຫວຽດນາມ ປະຈຳ ກຳປູ​ເຈຍ ກ່ຽວ​ກັບ​ເລື່ອງ ຈີນ ຄັດສະ​ເໜີ​ຄຳ​ເວົ້າ​ຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີ​ນ ຖະ​ແຫຼ​ງບັນລຸ​ໄດ້​ຂໍ້​ຕົກລົງ​ກັບ ກຳປູ​ເຈຍ, ລາວ ​ແລະ ບຣູ​ໄນ ວ່າ: ບັນດາ​ປະ​ເທດ​ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ່ງກັນ​ຢູ່ທະ​ເລ​ຕາ​ເວັນ​ອອກ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ 2 ຝ່າຍ​ກັບ ຈີນ ຈະ​ດີ​ກ່ວາ​ເລື່ອງ​ທັງ​ກຸ່ມ ອາ​ຊຽນ ​ກັບ ຈີນ ​ໃນ​ບັນຫາ​ນີ້. ທ່ານ Phay Siphan ຊີ້​ແຈ້ງ​ວ່າ: ກຳປູ​ເຈຍ ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້​ອງປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ທີ່​ເຄີຍ​ບັນລຸ​ໄດ້​ລະຫວ່າງ ຈີນ ກັບ​ບັນດາ​ປະ​ເທດ ອາ​ຊຽນ ​ເມື່ອ​ປີ 2002, ​ເມື່ອ ກຳປູ​ເຈຍ ​ເປັນ​ປະທານ ອາ​ຊຽນຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ. ທ່ານ Phay Siphan ​ເນັ້ນ​ໜັກ​ວ່າ: ກຳປູ​ເຈຍ ປາດ​ຖະໜາ​ຢາກ​ບັນດາ​ຝ່າຍ​ກ່ຽວຂ້ອງ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແກ້​ໄຂ​ການ​ຄັດ​ແຍ້​ງກັນ​​ໂດຍສັນຕິພາບ ​ແລະ ທຸກໆ​ປະ​ເທດ ອາ​ຊຽນ ຈະ​ມານະ​ພະຍາຍາມ​ເພື່ອ​ບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.