ການ​ແຂ່ງ​ຂັນໄວ​ໜຸ່ມ​ຜູ້​ມີຄວາ​ມ​ເກັ່ງ​ກ້າ​ສາມາດ​ທາງ​ດ້ານ Logistics ຫວຽດ​ນາມ 2021 ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ Logistics

Chia sẻ
(VOVWORLD) -ລາຍການໄດ້ຮັບການຈັດຕັ້ງຕາມຮູບການທາງອອນລາຍຢູ່ມະຫາວິທະຍາໄລເສດຖະກິດ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະ ທາງອອນລາຍຜ່ານໂປຼແກຼມ zoom meeting.
ການ​ແຂ່ງ​ຂັນໄວ​ໜຸ່ມ​ຜູ້​ມີຄວາ​ມ​ເກັ່ງ​ກ້າ​ສາມາດ​ທາງ​ດ້ານ Logistics ຫວຽດ​ນາມ 2021 ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ Logistics - ảnh 1ວັນບຸນຂໍ້ມູນ - Information Day ຂອງ ການແຂ່ງຂັນ "ໄວໜຸ່ມຜູ້ມີຄວາມເກັ່ງກ້າສາມາດທາງດ້ານ Logistics ຫວຽດນາມ Viet Nam Young Logistics Talents” ປີ 2021 (ພາບ: tuoitrethudo.com.vn)

ວັນທີ 17 ກໍລະກົດ, ສະມາຄົມພັດທະນາຊັບພະຍາກອນມະນຸດ Logistics ຫວຽດນາມ ໄດ້ຈັດວັນບຸນຂໍ້ມູນ - Information Day ເພື່ອແນໃສ່ແກ້ໄຂບັນດາຂໍ້ຕິດຄ້າງໃຈຂອງຜູ້ເຂົ້າຮ່ວມການແຂ່ງຂັນ, ວິສາຫະກິດ, ໜັງສືພິມ ແລະ ຂອງບັນດາມະຫາວິທະຍາໄລ, ວິທະຍາໄລກ່ຽວກັບການແຂ່ງຂັນ “ໄວໜຸ່ມຜູ້ມີຄວາມເກັ່ງກ້າສາມາດທາງດ້ານ Logistics ຫວຽດນາມ Viet Nam Young Logistics Talents” ປີ 2021, ພ້ອມທັງພົບປະແລກປ່ຽນກັບບັນດາວິສາຫະກິດກ່ຽວກັບການບຳລຸງສ້າງ ແລະ ແນະນຳປະກອບອາຊີບ Logistics.

ລາຍການໄດ້ຮັບການຈັດຕັ້ງຕາມຮູບການທາງອອນລາຍຢູ່ມະຫາວິທະຍາໄລເສດຖະກິດ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະ ທາງອອນລາຍຜ່ານໂປຼແກຼມ zoom meeting .ການແຂ່ງຂັນ “ໄວໜຸ່ມຜູ້ມີຄວາມເກັ່ງກ້າສາມາດທາງດ້ານ Logistics ຫວຽດນາມ Viet Nam Young Logistics Talents ” ໂດຍສະມາຄົມພັດທະນາບຸກຄະລາກອນ Logistics ຫວຽດນາມ (ອົງການຕົ້ນກຳເນີດຂອງເຄືອຂ່າຍບຳລຸງສ້າງ Logistics ຫວຽດນາມ) ໄດ້ສົມທົບກັບກົມການສົ່ງອອກນຳເຂົ້າ - ກະຊວງການຄ້າຈັດຕັ້ງ, ດ້ວຍເປົ້າໝາຍສ້າງບ່ອນລະຫຼິ້ນທີ່ແທດຈິງໃຫ້ແກ່ນັກສຶກສາບັນດາມະຫາວິທະຍາໄລ, ວິທະຍາໄລ ຜ່ານນັ້ນກໍ່ໄດ້ປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນ Logistics.

ຕອບກັບ