ການ​ເຈລະຈາກ່ຽວກັບ ບັນຫາ​ນິວເຄຼຍຂອງ Iran ຈະ​ຈັດ​ຂຶ້ນ ຢູ່ Istanbul

Chia sẻ

ການ​ເຈລະຈາກ່ຽວກັບບັນຫາ​ນິວເຄຼຍຂອງ Iran ຈະ​ຈັດ​ຂຶ້ນ ຢູ່ Istanbul

ການ​ເຈລະຈາກ່ຽວກັບ ບັນຫາ​ນິວເຄຼຍຂອງ Iran ຈະ​ຈັດ​ຂຶ້ນ ຢູ່ Istanbul - ảnh 1

ນະຄອນ  Istanbul

(ພາບ:dulichviet.com.vn)

( vovworld ) ​ວັນ​ທີ 31/3, ທ່ານ​ນາງ Hillary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: 6 ປະ​ເທດ​ມະຫາ​ອຳນາດ ​ແລະ Iran ຫາກໍ​ເຫັນ​ດີ​ຈະ​ຈັດການ​ປະຊຸມ​ຢູ່ Istanbul ປະ​ເທດ​ຕວກກີ ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ບັນດາ​ການ​ເຈລະຈາ ທີ່​ຖືກ​ຢຸດ​ສະ​ງັກ ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍທີ່​ໄດ້​ກໍ່​ການ​ໂຕ້​ຖຽງ​ຂອງ  Iran ​ໃນ​ວັນ​ທີ 13/4 ທີ່​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ ພາຍຫຼັງ​ກອງ​ປະຊຸມ​ດ້ານ​ຄວາມ​ສະຫງົບ​ປອດ​ໄພ​ຢູ່ ອາຣາບີ ຊາ​ອຸດີ, ທ່ານ​ນາງລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ​ເນັ້ນໜັກ​ວ່າ: ການ​ເຈລະຈາ​ຄັ້ງຕ່າງໆ​ດ້ານ​ນິວ​ເຄຼຍລະຫວ່າງ 6 ປະ​ເທດ​ມະຫາ​ອຳນາດ ​ແລະ Iran ​ເພື່ອ​ແນ​ໃສ່​ຈຸດປະສົງ​ສະກັດ​ກັ້ນປະ​ເທດ​ອິດສະ​ລາມ​ນີ້​ພັດທະນາ​ອາວຸດ​ນິວ​ເຄຼຍ. ທ່ານ​ນາງ Hillary Clinton ກໍ​ສະ​ແດງ​ຄວາມ​ລະ​ແວງສົງ​​ໄສຕໍ່​ເຈດ​ຕະນາ​ຂອງ  Iran ​ໃນ​ການ​ເຂົ້າຮ່ວມການ​ເຈລະຈາ ​ເພື່ອ​ຊອກຫາ​ມາດ​ຕະການ​ຢູ່ Istanbul. ​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີຕວກກີ Recep Tayip Erdogan ​ໄດ້​ຮັບ​ຮູ້​ວ່າ ກຸ່ມ P5+1  ​ແລະ Iran ​ໄດ້​ກຽມພ້ອມ​ຈັດຮອບ​ເຈລະຈາ​ຄັ້ງຕໍ່​ໄປ​ຢູ່ Istanbul ​ແລ້ວ ພ້ອມ​ທັງ​ໃຫ້​ຮູ້​ວ່າ ຕວກກີ ພ້ອມ​ແລ້ວ​ທີ່​ຈະ​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ລວມ ​ເພື່ອ​ແນ​ໃສ່​ຈັດ​ບັນຫາ​ນິວ​ເຄຼຍ ​ໂດຍ​ຜ່ານ​ບັນດາ​ມາດ​ຕະການ​ທາງ​ການ​ທູດ.

​​