ການເຄື່ອນໄຫວຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດບັນດາຫົວໜ່ວຍ, ທ້ອງຖິ່ນ

Chia sẻ
(VOVWORLD) - ວັນທີ 16 ມັງກອນ, ທີ່ແຂວງ ຕວຽນກວາງ, ສະຫະພັນໃຫຍ່ແຮງງານ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະພາກາແດງ ຫວຽດນາມ ໄດ້ສົມທົບກັບແຂວງ ຕວຽນກວາງ ຈັດຕັ້ງລາຍການມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ຕວຽນກວາງ. 

ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ໄດ້ມອບຂອງຂວັນບຸນເຕັດ 350 ພູດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ກຳມະກອນ, ຊາວຜູ້ອອກແຮງານທີ່ປະສົບກັບຄວາມຫຍຸ້ງຍາກ.

ການເຄື່ອນໄຫວຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດບັນດາຫົວໜ່ວຍ, ທ້ອງຖິ່ນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ໄດ້ມອບຂອງຂວັນບຸນເຕັດ 350 ພູດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ (ພາບ: VGP)

        ແລະກໍ່ໃນຕອນເຊົ້າວັນທີ 16 ມັງກອນ, ທີ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ໂດຍພະມະຫາອາຈານ ທິກແທງຍ໋ຽວ, ຮອງປະທານຜູ້ປະຈຳການສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ເປັນຫົວໜ້າຄະນະມາຢ້ຽມຢາມ, ອວຍພອນບຸນເຕັດເນື່ອງໃນໂອກາດປີໃໝ່ 2020 ແລະ ກະກຽມຕ້ອນຮັບລະດູບານໃໝ່ປີຊວດ.

ຕອບກັບ