ການເຄື່ອນໄຫວພົວພັນຕ່າງປະເທດປີ2014ໄດ້ຮັບການຜັນຂະຫຍາຍຢ່າງຟົດຟື້ນ,ມີປະສິດທິຜົນ

Chia sẻ
ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ປີ 2014 ໄດ​້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຟົດ​ຟື້ນ​, ມີ​ປະ​ສິດ​ທິ​ຜົນ - ນັ້ນ​ແມ່ນ​ການຢັ້ງ​ຢືນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມິງ
ການເຄື່ອນໄຫວພົວພັນຕ່າງປະເທດປີ2014ໄດ້ຮັບການຜັນຂະຫຍາຍຢ່າງຟົດຟື້ນ,ມີປະສິດທິຜົນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມິງ

(vovworld) – ​​ ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ປີ 2014 ໄດ​້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຟົດ​ຟື້ນ​, ມີ​ປະ​ສິດ​ທິ​ຜົນ - ນັ້ນ​ແມ່ນ​ການຢັ້ງ​ຢືນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມິງ ໃນ​ລາຍ​ການ “ປະ​ຊາ​ຊົນ​ຖາມ - ລັດ​ຖະ​ມົນ​ຕີ​ຕອບ” ໃນວັນ​ທີ 4/1. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ​ຂອງ​ຂະ​ແໜງກ​ານ​ທູດ ຫວຽດ​ນາມ ໃນ​ປີ 2014, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ ໃຫ້​ຮູ້​ວ່າ: ໃນ​ປີ​ຜ່ານ​ມາ, ໂລກ ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ່​ໄປ​ຢ່າງ​ສັບ​ສົນ, ສົ່ງ​ຜົນ​​ກະ​ທົບເຖິງ​ຄວາມ​ສະ​ຫງົບ ແລະ ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ. ໃນ​ສະ​ພາບ​ການນັ້ນ, ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​​ຟົດ​ຟື້ນ, ຕັ້ງ​ໜ້າ, ມີ​ປະ​ສິດ​ທິ​ຜົນ​ປະ​ກອບ​ສ່ວນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ​ສະ​ແຫວງ​ຫາ​ບັນ​ດາ​ເງື່ອນ​ໄຂ​ສາ​ກົນ​ສະ​ດວກ​ເພື່ອ​ພັດ​ທະ​ນາ ແລະ ສືບ​ຕໍ່​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ​. ກ່ຽວ​ກັບ​ດ້ານ​​ການ​ທູດ​ການ​ເມືອງ, ຖ້າ​ຫາກ​ປີ 2013, ຫວຽດ​ນາມ ສ້າງ​ຕັ້ງ​ຂອບ​ເຂດ​ການ​ພົວ​ພັນ​ກັບຫຼາຍ​ຄູ່​ຮ່ວມ​ມື​ສຳ​ຄັນ, ປີ 2014, ຫວຽດ​ນາມ ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ນີ້ເປັນ​ຢ່າງ​ດີ, ນຳ​ບັນ​ດາການ​ພົວ​ພັນ​ນີ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ.

        ​ກ່ຽວ​ກັບ​ດ້ານການ​ທູ​ດ​ເສດ​ຖະ​ກິດ​​ແມ່ນ​ໄດ້ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ຜົນ​ຮ້າຍ​ຢ້ອ​ນຫຼັງ​ຈາກ​ສະ​ພາບເສດ​ຖະ​ກິດ​ຂາດ​ຄວາມ​ໝັ້ນ​ທ່ຽງ, ຊຸກ​ຍູ້​ການ​ເຕີບ​ໂຕ​ຜ່ານ​ເລື່ອງ​ຕັ້ງ​ໜ້າ​ໜ​ູນ​ຊ່ວຍ​ເລື່ອງ​ເປີດ​ກ້​ວາງ​ຕະຫຼາດ, ດຶງ​ດູດ​ການ​ລົງ​ທຶນ ແລະ ODA ດ້ວຍ​ໝາກ​ຜົນ​ລະ​ອຽດ​ຄື: ອີ​ຢູ ເພີ່ມ ODA ໄລ​ຍະ 2014 – 2020 ຂຶ້ນ​ເຖິງ 400 ລ້ານ ເອີ​ໂຣ, ຍີ່​ປຸ່ນ ພ້ອມ​ກັບ ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ສູ່​​ລະ​ດັ​ບຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ, ກ້​ວາງ​ຂວາງ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ຫງວນ​ທຶນ ODA 120 ຕື້ ເຢັນ​ໃຫ້ 5 ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ ແລະ ພະ​ລັງ​ງານ, ຫວຽດ​ນາມ ກໍ່​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ກັບ ສ. ເກົາຫຼີ, ສຳ​ພັນ​ທະ​ມິດ​ພາ​ສີ ລັດ​ເຊຍ - ເບ​ລາ​ຣຸດ - ກາ​ຢັກ​ສະ​ຖານ.

        ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ ກໍ່​ຢັ້ງ​ຢືນ ​ວ່າການ​ທູ​ດ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ, ​ສະ​ແຫວງ​ຫາການ​ສະ​ໜັບ​ສະ​ໜູນ​ຂອງ​ຫາ​ງ​ສ​ຽງ​ສາ​ກົນ​ສຳ​ລັບຫຼັກ​ໝັ້ນ​ເປັນ​ທຳ​ຂອງ ຫວຽດ​ນາມ ໃນ​ບັນ​ຫານີ້.