ການເຄື່ອນໄຫວພົບປະ 2 ຝ່າຍຂອງທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢູ່ນອກກອງປະຊຸມ AMM 51

Chia sẻ
(VOVWORLD) - ສອງຝ່າຍກໍ່ຢັ້ງຢືນຄວາມຕັດສິນໃຈຊຸກຍູ້ຜັນຂະຫຍາຍປະສິດທິຜົນ ແລະ ຄວາມຄືບໜ້າບັນດາໂຄງການຮ່ວມມືລະຫວ່າງ 2 ປະເທດ
ການເຄື່ອນໄຫວພົບປະ 2 ຝ່າຍຂອງທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢູ່ນອກກອງປະຊຸມ AMM 51 - ảnh 1ລັດຖະມົນຕີ ກຳປູເຈຍ ແລະ ຫວຽດນາມ

ຢູ່ນອກກອງປະຊຸມ AMM 51 ຢູ່ສິງກະໂປ, ຕອນເຊົ້າວັນທີ 2 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດ ກຳປູເຈຍ ແລະ ລັດຖະມົນຕີການຕ່າງປະເທດ ນອກແວ.

        ທີ່ການພົບປະກັບທ່ານ Prak Somkhonn, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ແລະ ທ່ານລັດຖະມົນຕີ Prak Somkhonn ເຫັນດີສົມທົບກັນກະກຽມ ບັນດາການຢ້ຽມຢາມຂັ້ນສູງກໍ່ຄືບັນດາກົນໄກຮ່ວມມື 2 ຝ່າຍໃນທ້າຍປີນີ້ເປັນຢ່າງດີ. ສອງຝ່າຍກໍ່ຢັ້ງຢືນຄວາມຕັດສິນໃຈຊຸກຍູ້ຜັນຂະຫຍາຍປະສິດທິຜົນ ແລະ ຄວາມຄືບໜ້າບັນດາໂຄງການຮ່ວມມືລະຫວ່າງ 2 ປະເທດ; ຍູ້ໄວຄວາມຄືບໜ້າ, ການຂີດຂັ້ນ, ປັກຫຼັກໝາຍຊາຍແດນທາງບົກ ເພື່ອແນໃສ່ສ້າງເຂດຊາຍແດນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ. 2 ຝ່າຍເຫັນດີເປັນເອກະພາບຄວນສືບຕໍ່ຊຸກຍູ້ການເຈລະຈາເພື່ອປະຕິບັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະ ມີປະສິດທິຜົນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ.

        ທີ່ການພົບປະກັບທ່ານ Eriksen Soreide, ລັດຖະມົນຕີການຕ່າງປະເທດ ນອກແວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ສະເໜີໃຫ້ 2 ປະເທດ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຢັ້ງຢືນ ຫວຽດນາມ ສົ່ງເສີມບັນດາບໍລິສັດຂອງນອກແວ ຍູ້ແຮງການລົງທຶນເຂົ້າ ຫວຽດນາມ, ພິເສດແມ່ນບັນດາຂົງເຂດເສດຖະກິດທະເລ, ຕໍ່ກ່ຳປັ່ນ, ນ້ຳມັນອາຍແກຼັດ…

ຕອບກັບ