ການເຄື່ອນໄຫວການຄ້າ ເຂດຊາຍແດນ ປະກອບສ່ວນໃຫ້ພື້ນຖານ ເສດຖະກິດຫວຽດນາມ ເປັນຈຳນວນເງິນກ່ວາ 10 ຕື້USD/ປີ

Chia sẻ
 (vovworld) – ຍອດ​ວົງ​ເງິນ​ສົ່ງອອກ - ນຳ​ເຂົ້າ​ສິນຄ້າຜ່ານ​ເຂດ​ຊາຍ​ແດນ​ແຕ່​ປີ 2008 ຮອດ​ເດືອນ 9/2013 ບັນລຸ​ໄດ້ 72 ຕື້USD.
ການເຄື່ອນໄຫວການຄ້າ ເຂດຊາຍແດນ ປະກອບສ່ວນໃຫ້ພື້ນຖານ ເສດຖະກິດຫວຽດນາມ ເປັນຈຳນວນເງິນກ່ວາ 10 ຕື້USD/ປີ - ảnh 1
ຕະຫຼາດ ດົ່ງວັນ ແຂວງ ກວາງນິງ
(ພາບ: ໜັງສືພິມ ກວາງນີງ)

(vovworld) – ທີ່​ກອງ​ປະຊຸມ​ແລກປ່ຽນ​ວຽກ​ງານ​ຄະນະ​ຊີ້​ນຳ​ການ​ຄ້າ​ເຂດ​ຊາຍ​ແດນ​ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/11, ຢູ່ ຮ່າ​​ໂນ້ຍ, ຄະນະ​ຊີ້ນຳການ​ຄ້າ​ເຂດ​ຊາຍ​ແດນ​ສູນ​ກາງ​ໃຫ້​ຮູ້​ວ່າ: ຍອດ​ວົງ​ເງິນ​ສົ່ງອອກ - ນຳ​ເຂົ້າ​ສິນຄ້າຜ່ານ​ເຂດ​ຊາຍ​ແດນ​ແຕ່​ປີ 2008 ຮອດ​ເດືອນ 9/2013 ບັນລຸ​ໄດ້ 72 ຕື້USD. ຊຸມ​ປີ​ຜ່ານ​ມາ, ການ​ຄ້າ​ເຂດ​ຊາຍ​ແດນ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ມີເສັນ​ຊາຍ​ແດນ​ຮ່ວມ​ມີ​ການ​ຫັນປ່ຽນ​ຢ່າງຕັ້ງໜ້າ. ​ໃນ​ນັ້ນ, ຕະຫຼາ​ດ​ໄດ້​ເປີດ​ກ້ວາງ, ດຶງ​ດູດ​ຫຼາຍ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ, ຄວາມ​ຕ້ອງການ​ສົ່ງ​ອອກ​ນຳ​ເຂົ້າ​ສິນຄ້າ​ນັບ​ມື້​ນັບ​ອຸດົມສົມ​ບຸນ, ວົງ​ເງິນ​ແລກປ່ຽນ​ສິນຄ້າ​ເພີ່ມ​ຂຶ້ນ​ສູງ.

    ຄຽງ​ຄູ່​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຖື​ວ່າ: ວຽກ​ງານ​ຄຸ້ມ​ຄອງ​ການ​ຄ້າ​ເຂດ​ຊາຍ​ແດນ​ໃນ​ໄລຍະ​ຜ່ານ​ມາ​ຍັງ​ຄົງ​ມີ​ຂໍ້​ຕິດ​ຂັດ, ສິ່ງ​ຄົງ​ຂ້າງ. ​ເພື່ອ​ແກ້​ໄຂ​ໄດ້​ບັນດາ​ຂໍ້​ຕິດ​ຂັດ​ນີ້ໃຫ້ດີນັ້ນ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ການ​ຄ້າ ຫວູຮູ​ຍຮ່ວາງ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ຄ້າ​ຊາຍ​ແດນສູນ​ກາງ, ​ໃຫ້​ຮູ້​ວ່າ:

    “ພວກ​ເຮົາ​ຈະ​ຕ້ອງ​ເປັນ​ເຈົ້າ​ການ​​ໃນ​ການ​ເຈລະຈາ, ຮ່ວມມືເພື່ອກວດກາ​ກັບ​ບັນດາ​ປະ​ເທດ​ມີ​ເສັ້ນຊາຍ​ແດນ​ຮ່ວມ, ສ້າງ ​ແລະ ​ເຊັນບັນດາ​ສັນຍາ​ກ່ຽວ​ກັບ​ການ​ຄ້າ, ການ​ບໍລິການຜ່ານ​ຊາຍ​ແດນ​ພ້ອມ​ກັບ​ບັນດາ​ສັນຍາ​ອື່ນ​ທີ່​ກ່ຽວ​ຂ້ອງ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ​ທີ່​ວາງ​ອອກ. ຈາກ​ນັ້ນ, ຍູ້​ແຮງຍຸດ​ທະ​ສາດ​ວາງ​ແຜນກຳນົດ, ​ແຜ​ນການ​ຮ່ວມ​ມື​ພັດທະນາ​ການ​ຄ້າ​ເຂດ​ຊາຍ​ແດນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອ​ນຄຽງ​ທີ່​ມີເສັ້ນ​ຊາຍ​ແດນ​ຮ່ວມ. ​ໃນ​ຕໍ່ໜ້າ, ຄະນະ​ຊີ້​ນຳ​ສູນ​ກາງ​ຈະ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​ຄົ້ນ​ຄ້ວາ ສະ​ເໜີ​ສ້າງ​ຍຸດ​ທະ​ສາດ​ສັງ​ລວມພັດທະນາ​ການ​ຄ້າ​ເຂດ​ຊາຍ​ແດນ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ມີ​ເສັນຊາຍ​ແດນ​ຮ່ວມ.”