ຜູ້ແທນອົງການແນວໂຮມສອງປະເທດຫວຽດນາມ - ລາວ ຖ່າຍຮູບເປັນທີ່ລະນຶກ
(ພາບ: vov.vn)
|
ທ່ານ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດ ເຈິ່ນແທງເໝິນ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ບັນດາບາດກ້າວພັດທະນາໃໝ່ຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ການພົວພັນຮ່ວມມືລະຫວ່າງສອງອົງການ ແນວໂຮມ ນັບມື້ນັບແທດຈິງ, ມີປະສິດທິຜົນ. ພິເສດແມ່ນ ເລື່ອງສອງຝ່າຍຜັນຂະຫຍາຍບົດບັນທຶກຊ່ວຍຈໍາ ໂຄງການຮ່ວມມື ແລະ ແຈ້ງການຮ່ວມລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ແນວລາວສ້າງຊາດ ຢູ່ກອງປະຊຸມສາກົນ ກ່ຽວກັບການກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ແຫ່ງສັນຕິພາບ,ມິດຕະພາບ, ມີການຮ່ວມມືຮອບດ້ານພ້ອມກັນພັດທະນາໄລຍະ 2017 – 2020 ຢ່າງມີປະສິດທິຜົນ; ເລື່ອງແລກປ່ຽນຄະນະຜູ້ແທນ, ຈັດຕັ້ງການຝຶກອົບຮົມ, ແລກປ່ຽນບົດຮຽນໃຫ້ແກ່ຖັນແຖວພະນັກງານແນວລາວສ້າງຊາດ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.
ທ່ານປະທານ ເຈິ່ນແທງເໝິນ ສະເໜີແນວລາວສ້າງຊາດສົມທົບກັນຢ່າງແໜ້ນແຟ້ນກັບແນວໂຮມປະເທດຊາດຫວຽດນາມ, ປະຕິບັດບັນດາໂຄງການຮ່ວມມື ລະຫວ່າງແນວໂຮມສອງປະເທດ ທີ່ໄດ້ລົງນາມຢ່າງມີປະສິດທິຜົນ.