ການ​ຮ່ວມ​ມື ອາ​ຊຽນ ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​​ງານ​ບຸນ

Chia sẻ
(VOVWORLD) - ດ້ວຍບົດບາດເປັນຫົວໜ່ວຍປະສານງານ ໂຄງການ “ພັດທະນາຜະລິດຕະພັນທ່ອງທ່ຽວງານບຸນ ອາຊຽນ”, ນັກຊ່ຽວຊານກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ນຳສະເໜີໂດຍສັງເຂບກ່ຽວກັບບັນດາງານບຸນຢູ່ ອາຊີຕາເວັນອອກສ່ຽງໃຕ້, ສະພາບການຂຸດຄົ້ນ, ນຳສະເໜີບັນດາມາດຕະການເພື່ອພັດທະນາການທ່ອງທ່ຽວງານບຸນໃຫ້ ອາຊຽນ ໃຫ້ມີປະສິດທິຜົນ ໃນນັ້ນ ມີ ຫວຽດນາມ.
ການ​ຮ່ວມ​ມື ອາ​ຊຽນ ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​​ງານ​ບຸນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: nhandan.vn)

ກອງປະຊຸມສຳມະນາກ່ຽວກັບການທ່ອງທ່ຽວງານບຸນບັນດາປະເທດ ອາຊຽນ ດຳເນີນໃນຕອນເຊົ້າວັນທີ 26 ທັນວາ, ຢູ່ຮ່າໂນ້ຍ. ເຫດການດັ່ງກ່າວໂດຍກົມທ່ອງທ່ຽວ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ຈັດຂຶ້ນ, ແນໃສ່ສ້າງເວທີປາໄສແບ່ງປັນຂໍ້ມູນຂ່າວສານ, ບົດຮຽນປະສົບການລະຫວ່າງນັກຊ່ຽວຊານບັນດາປະເທດ ອາຊຽນ ກ່ຽວກັບມາດຕະການພັດທະນາ, ເຊື່ອມຕໍ່ສະຖານທີ່ທ່ອງທ່ຽວງານບຸນ, ປະກອບສ່ວນຫັນຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ ແລະ ຟື້ນຟູການທ່ອງທ່ຽວຂອງພາກພື້ນ. ດ້ວຍບົດບາດເປັນຫົວໜ່ວຍປະສານງານ ໂຄງການ “ພັດທະນາຜະລິດຕະພັນທ່ອງທ່ຽວງານບຸນ ອາຊຽນ”, ນັກຊ່ຽວຊານກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ນຳສະເໜີໂດຍສັງເຂບກ່ຽວກັບບັນດາງານບຸນຢູ່ ອາຊີຕາເວັນອອກສ່ຽງໃຕ້, ສະພາບການຂຸດຄົ້ນ, ນຳສະເໜີບັນດາມາດຕະການເພື່ອພັດທະນາການທ່ອງທ່ຽວງານບຸນໃຫ້ ອາຊຽນ ໃຫ້ມີປະສິດທິຜົນ ໃນນັ້ນ ມີ ຫວຽດນາມ.


ຕອບກັບ