ການ​ສະ​ແດງ​ຄວາມ​ຂອບ​ໃຈ​ຂອງ​ຄະ​ນະ​ງານ​ສົບແຫ່ງ​ລັດ ແລະ ຄອບ​ຄົວ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

Chia sẻ
(VOVWORLD) - ຄະນະງານສົບແຫ່ງລັດ ພ້ອມດ້ວຍຄອບຄົວ ຂໍສະແດງຄວາມຂອບອົກຂອບໃຈຢ່າງສຸດໃຈຕໍ່ນ້ຳໃຈຄວາມຮັກແພງອັນພິເສດຂອງທົ່ວປວງຊົນທັງຊາດ, ສະຫາຍ, ນັກຮົບທົ່ວປະເທດ, ພໍ່ແມ່ຊາວ ຫວຽດນາມ ຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ທີ່ມີຕໍ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ປະເທດ, ຊາວ ຫວຽດນາມ ແຫ່ງອະລິຍາທຳ ແລະ ວິລະຊົນ./.
ການ​ສະ​ແດງ​ຄວາມ​ຂອບ​ໃຈ​ຂອງ​ຄະ​ນະ​ງານ​ສົບແຫ່ງ​ລັດ ແລະ ຄອບ​ຄົວ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ảnh 1ທ່ານ ຫງວຽນຈ້ອງເຈື່ອງ, ຕາງໜ້າຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳຂອບໃຈ (ພາບ: nhandan.vn)

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ, ຄະນະງານສົບແຫ່ງລັດ ແລະ ຄອບຄົວທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ຂໍຝາກຄຳສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈເຖິງທົ່ວປວງຊົນທັງຊາດ, ສະຫາຍ, ນັກຮົບທົ່ວປະເທດ, ພໍ່ແມ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ທີ່ໄດ້ສະຫງວນນ້ຳໃຈຢ່າງເລິກເຊິ່ງ, ຄວາມອາໄລອາວອນຢ່າງສຸດຊື້ງ ແລະ ຄວາມເຄົາລົບນັບຖືທີ່ສຸດ ຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ໄດ້ມາວາງພວງມາລາ, ສົ່ງໂທລະເລກ, ແບ່ງເບົາຄວາມເສົ້າສະຫຼົດໃຈ, ເຂົ້າຮ່ວມພິທີກ່າວໄວ້ອາໄລ, ສົ່ງອຳລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ອີກຄັ້ງໜຶ່ງ, ຄະນະງານສົບແຫ່ງລັດ ພ້ອມດ້ວຍຄອບຄົວ ຂໍສະແດງຄວາມຂອບອົກຂອບໃຈຢ່າງສຸດໃຈຕໍ່ນ້ຳໃຈຄວາມຮັກແພງອັນພິເສດຂອງທົ່ວປວງຊົນທັງຊາດ, ສະຫາຍ, ນັກຮົບທົ່ວປະເທດ, ພໍ່ແມ່ຊາວ ຫວຽດນາມ ຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ທີ່ມີຕໍ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ປະເທດ, ຊາວ ຫວຽດນາມ ແຫ່ງອະລິຍາທຳ ແລະ ວິລະຊົນ./.

ຕອບກັບ