ການ​ພົວພັນ​ລະຫວ່າງ​ອາ​ຊຽນ ແລ​ະ ກາ​ນາ​ດາ ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ຫຼາຍ​ຢ່າງ

Chia sẻ
(VOVWORLD) -ວັນທີ 21 ມິຖຸນານີ້, ການສົນທະນາ ລະຫວ່າງ ອາຊຽນ-ການາດາ ຂັ້ນເຈົ້າໜ້າທີ່ອາວຸໂສ (SOM) ປະຈຳປີ ຄັ້ງທີ 19 ໄດ້ໄຂຂຶ້ນທາງອອນລາຍ. ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ, ພ້ອມກັບຫົວໜ້າ SOM ບັນດາປະເທດອາຊຽນ ແລະ ການາດາ ໄດ້ເຂົ້າຮ່ວມການສົນທະນາ.
ການ​ພົວພັນ​ລະຫວ່າງ​ອາ​ຊຽນ ແລ​ະ ກາ​ນາ​ດາ ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ຫຼາຍ​ຢ່າງ - ảnh 1ການສົນທະນາ ລະຫວ່າງ ອາຊຽນ-ການາດາ ຂັ້ນເຈົ້າໜ້າທີ່ອາວຸໂສ (SOM) ປະຈຳປີ ຄັ້ງທີ 19 (ພາບ:  TTXVN)

ກ່າວຄຳເຫັນທີ່ການສົນທະນາ, ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ ເນັ້ນໜັກວ່າ, ໃນຖານະເປັນຄູ່ຮ່ວມມືສຳຄັນຂອງກັນ, ອາຊຽນ ແລະ ການາດາ ຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ຂຸດຄົ້ນທ່າແຮງບົ່ມຊ້ອນທີ່ມີຢູ່ຢ່າງມີປະສິດທິຜົນ, ນຳໃຊ້ທຸກໂອກາດ ຮ່ວມມືໃຫ້ດີ ເພື່ອຍົກສູງການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່. ທ່ານເອກອັກຄະລັດຖະທູດສະເໜີໃຫ້ 2 ຝ່າຍລົງເລິກການຮ່ວມມືໃນຂົງເຂດສຶກສາ, ບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ສາທາລະນາສຸກ ແລະ ເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນ, ຄຸ້ມຄອງໄພພິບັດ, ພ້ອມທັງເປີດກວ້າງຂົງເຂດຮ່ວມມືໃໝ່ຕື່ມອີກ.

ທ່ານເອກອັກຄະລັດຖະທູດສະເໜີວ່າ: ອາຊຽນ ແລະ ການາດາ ຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ເງື່ອນໄຂທີ່ຕັດສິນເພື່ອຮັບປະກັນໃຫ້ແກ່ການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ. ທ່ານເອກອັກຄະລັດຖະທູດ ຫວູໂຮ່ ຢືນຢັນຄືນໃໝ່ກ່ຽວກັບຫຼັກໜັ້ນຫຼັກການສະເໝີຕົ້ນສະເໝີປາຍຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ.

ຕອບກັບ