ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ພັດທະນາຢ່າງເລິກເຊິ່ງ ແລະ ຫຼາຍຮູບແບບ

Chia sẻ
(vovworld) - ​ເອກະສານ​ຮັບ​ຮູ້​ຕີ​ລາຄາ​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ ພາຍຫຼັງ​ເກືອບ 20 ປີ​ໄດ້​ຮັບ​ການ​ພັ​ດທະນາ​ຢ່າງ​ເລິກ​ເຊິ່ງ, ຫຼາຍ​ຮູບ​ແບບ
ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ພັດທະນາຢ່າງເລິກເຊິ່ງ ແລະ ຫຼາຍຮູບແບບ - ảnh 1
(ທ່ານ Jeff Flake ມອບ​ເອກະສານ​ໃຫ້​
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອ​າ​ເມ​ລິ​ກາ)


(vovworld) - ​ເນື່ອງ​ໃນ​ໂອກາດ 20 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຫວຽດນາມ - ອາ​ເມິ​ລກາ ​ເປັນ​ປົກກະຕິ (03/02/1994 – 03/02/2014), ສະພາ​ຕໍ່າອາເມລິກາ ມີ​​ເອກະສານ​​ທາງ​ການ​ຮັບ​ຮູ້​ເຫດການ​ນີ້. ນີ້​ແມ່ນ​ຮູບ​ການ​ຮັບ​ຮູ້​ທີ່​ຫາ​ຍາກ​ຂອງ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໃນ​ການ​ພົວພັນ​ການ​ຕ່າງປະ​ເທດ​ກັບປະ​ເທດ​ອື່ນໆ.

        ​ເອກະສານ​ຮັບ​ຮູ້ເລກທີ 22 ຂອງ​ສະພາ​ຕໍ່າ ​ເຊິ່ງສະມາຊິກ​ສະພາ​ສູງທ່ານ Jeff Flake ມອບ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອ​າ​ເມ​ລິ​ກາ ຫງວຽນ​ກ໋ວກ​​ເກື່ອງ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ໂດຍ​ສະຖານທູດ​ຫວຽດນາມ ຈັດ​ຕັ້ງ​ຢູ່​ອາ​ເມ​ລິ​ກາ​ໃນ​ຕອນ​ຄໍ່າ​ວັນ​ທີ 10/02.

     ​ເອກະສານ​ຮັບ​ຮູ້​ໄດ້​ເນັ້ນ​ໜັກ​ເຖິງ​ເລື່ອງ​ອາ​ເມ​ລິ​ກາ​ ຍົກ​​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ສຳລັບ​ຫວຽດນາມ​ ເມື່ອ​ວັນ​ທີ 03/02/1994 ​ໄດ້​ເປີດ​ໄລ​ຍະ​ໃໝ່​ໃຫ້​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ - ຫວຽດນາມ, ​ເປີດ​ທາງ​ໃຫ້​ເລື່ອງ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ດ້ານ​ການ​ທູດ​ຢ່າງ​ຄົບ​ຖ້ວນ​ເມື່ອ​ເດືອນ 07/1995. ພິ​ເສດ​ແມ່ນ​ເອກະສານ​ຮັບ​ຮູ້​ຕີ​ລາຄາ​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ ພາຍຫຼັງ​ເກືອບ 20 ປີ​ໄດ້​ຮັບ​ການ​ພັ​ດທະນາ​ຢ່າງ​ເລິກ​ເຊິ່ງ, ຫຼາຍ​ຮູບ​ແບບ; ປະຈຸ​ບັນລັດຖະບານ, ​ປະຊາຊົນ 2 ປະ​ເທດ​ພວມ​ຊຸກຍູ້​ການ​ພົວພັນ​ດັ່ງກ່າວ​ຫຼາຍ​ກວ່າ​ອີກ.

        ​ເອກະສານ​ຮັບ​ຮູ້​ກໍ່​ຊີ້​ແຈ້ງ​ບົດບາດ​ຂອງ​ບັນດາ​ການ​ນຳ 2 ປະ​ເທດ​ໃນ​ວິວັດ​ການ​ຊຸກຍູ້​ການ​ພົວພັນ 2 ຝ່າຍ​ໃນ​ໄລຍະ​ຜ່ານ​ມາ, ​ເນັ້ນ​ໜັກ​ເຖິງ​ບັນດາ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ວິ​ໄສ​ທັດ ກໍ່​ຄື​ການ​ປະກອບສ່ວນ​ຂອງ​ການ​ນຳ​ຫວຽດນາມ ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ.