ການພົບປະແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທີ 1

Chia sẻ
(VOVWORLD) -ລາຍການພົບປະແລກປ່ຽນເພື່ອແນໃສ່ ເພີ່ມທະວີຄວາມສາມັກຄີ, ນ້ຳໃຈມິດຕະພາບ ລະຫວ່າງ ສາມປະເທດ ຫວຽດນາມ - ລາວ - ກໍາປູເຈຍເວົ້າລວມ
ການພົບປະແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທີ 1 - ảnh 1ການປະຊຸມຂ່າວ (ພາບ: qdnd.vn)

ລາຍການ ພົບປະແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1, ປີ 2018 ຢູ່ ກອນຕູມ, ໂດຍກອງບັນຊາການທະຫານຊາຍແດນ ສົມທົບກັບ ຄະນະກຳມະການປະຊາຊົນ ແຂວງ ກອນຕູມ ຈະຈັດຂຶ້ນໃນວັນທີ 2 ພະຈິກ. ນີ້ແມ່ນຂ່າວສານທີ່ທ່ານ ພົນຈັດຕະວາຫງວຽນຕ໋ຽນຖັງ ຜູ້ຮັບຜິດຊອບວຽກງານການເມືອງ ກອງບັນຊາການທະຫານຊາຍແດນ ໃຫ້ຮູ້ທີ່ການພົບປະໂອ້ລົມກັບນັກຂ່າວເພື່ອແນະນຳກ່ຽວກັບລາຍການໃນຕອນເຊົ້າວັນທີ 24 ຕຸລາ.

ລາຍການພົບປະແລກປ່ຽນເພື່ອແນໃສ່ ເພີ່ມທະວີຄວາມສາມັກຄີ, ນ້ຳໃຈມິດຕະພາບ ລະຫວ່າງ ສາມປະເທດ ຫວຽດນາມ - ລາວ - ກໍາປູເຈຍເວົ້າລວມ; ລະຫວ່າງອຳນາດການປົກຄອງ, ປະຊາຊົນ, ກຳລັງປ້ອງກັນຊາຍແດນ ແຂວງ ກອນຕູມ (ຫວຽດນາມ) ກັບ ແຂວງ ລັດຕະນະຄີຣີ (ກຳປູເຈຍ) ແລະ ແຂວງອັດຕະປື, ແຂວງເຊກອງ (ລາວ) ເວົ້າສະເພາະ. ລາຍການຈະມີການເຄື່ອນໄຫວຫຼາຍຢ່າງຄື: ການໂອ້ລົມສົນທະນາມິດຕະພາບ, ພິທີເຄົາລົບຫຼັກໝາຍ, ລາດຕະເວນຮ່ວມ; ປູກສວນຕົ້ນໄມ້ມິດຕະພາບທີ່ບໍລິເວນຫຼັກໝາຍສາມແຍກຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ; ກວດ, ປິ່ນປົວພະຍາດ ແລະ ສະໜອງຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນບັນດາແຂວງເຂດຊາຍແດນ.

 

ຕອບກັບ