ການປ່ຽນແປງຂອງດິນຟ້າອາກາດ: ສປຊ ກ່າວເຕືອນໄພນ້ຳຖ້ວມຢູ່ເຂດແຄມທະເລເພີ່ມຂຶ້ນ 5 ເທົ່າໃນທ້າຍສະຕະວັດນີ້

Chia sẻ
(VOVWORLD) - ໃນສອງທົດສະວັດຜ່ານມາ, ລະດັບນ້ຳທະເລຂຶ້ນໄດ້ເພີ່ມຄວາມສ່ຽງໄພນ້ຳຖ້ວມໃຫ້ແກ່ 14 ລ້ານຄົນຢູ່ບັນດາເຂດແຄມທະເລ, ແລະ ຄວາມສ່ຽງນີ້ຄາດວ່າຈະເພີ່ມຂຶ້ນທົບ 5 ເທົ່າໃນປີ 2100
 
(ພາບ: AFP/TTXVN)

ວັນທີ 28 ພະຈິກ, ອົງການ ສປຊ ເພື່ອການພັດທະນາ (UNDP) ໄດ້ປະກາດຂໍ້ມູນກ່າວເຕືອນໂດຍສະແດງໃຫ້ເຫັນໄພນ້ຳຖ້ວມຢູ່ເຂດແຄມທະເລພວມເພີ່ມຂຶ້ນຫຼາຍພໍສົມຄວນ. ລະອຽດ, ໃນສອງທົດສະວັດຜ່ານມາ, ລະດັບນ້ຳທະເລຂຶ້ນໄດ້ເພີ່ມຄວາມສ່ຽງໄພນ້ຳຖ້ວມໃຫ້ແກ່ 14 ລ້ານຄົນຢູ່ບັນດາເຂດແຄມທະເລ, ແລະ ຄວາມສ່ຽງນີ້ຄາດວ່າຈະເພີ່ມຂຶ້ນທົບ 5 ເທົ່າໃນປີ 2100, ສົ່ງຜົນກະທົບເຖິງເກືອບ 73 ລ້ານຄົນ.

        UNDP, ສົມທົບກັບຫ້ອງທົດລອງຜົນກະທົບຈາກດິນຟ້າອາກາດ (CIL), ປະກາດ ຂໍ້ມູນຜ່ານ ອາບລິໄກຊັ່ນ Human Climate Horizons.

        ເປັນໜ້າສົນໃຈແມ່ນ, ພາກພື້ນ ອາເມລິກາ ລາຕິນ, ອາຟຣີກາ ແລະ ອາຊີຕາເວັນອອກສ່ຽງໃຕ້ ພວມຕ້ອງປະເຊີນໜ້າກັບໄພນາບຂູ່ຮ້າຍແຮງກ່ຽວກັບສະພາບນ້ຳຖ້ວມເປັນປະຈຳ. ສິ່ງດັ່ງກ່າວອາດຈະສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການພັດທະນາຂອງມະນຸດ, ພິເສດແມ່ນບັນດາເຂດພື້ນທີ່ຕ່ຳ ຢູ່ບັນດາປະເທດເກາະນ້ອຍ ພວມພັດທະນາມີຄວາມສ່ຽງເປັນພິເສດ.

ຕອບກັບ