ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ ຮາ​ມາດ​ສ ຍອມ​ຮັບ​ຂໍ້​ຕ​ົກ​ລົງ​ຢຸດ​ຍິງ, ຄັດ​ຄ້ານ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ Rafah

Chia sẻ
(VOVWORLD) -  ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ເນັ້ນໜັກວ່າ ເລື່ອງປ່ອຍຕົວປະກັນແມ່ນ “ເນື້ອໃນຈຸດສຸມຂອງທຸກວຽກງານ ເຊິ່ງ ອາເມລິກາ ພວມພະຍາຍາມປະຕິບັດ”. 
ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ ຮາ​ມາດ​ສ ຍອມ​ຮັບ​ຂໍ້​ຕ​ົກ​ລົງ​ຢຸດ​ຍິງ, ຄັດ​ຄ້ານ  ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ Rafah - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken  ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ອິດສະຣາແອັນ  Isaac Herzog (ພາບ: AFP/TTXVN)

ວັນທີ 01 ພຶດສະພາ, ໃນການພົບປະໂອ້ລົມກັບທ່ານປະທານາທິບໍດີ ອິດສະຣາແອັນ Isaac Herzog ຢູ່ Tel Aviv, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຄຳໝັ້ນສັນຍາໃຫ້ບຸລິມະສິດແກ່ການນຳສົ່ງຕົວປະກັນກັບເມືອເຕົ້າໂຮມກັບຄອບຄົວ, ພ້ອມທັງຮຽກຮ້ອງໃຫ້ກຳລັງ ຮາມາດສ ຍອມຮັບຂໍ້ຕົກລົງຢຸດຍິງ ເພື່ອແລກເອົາຕົວປະກັນ ເຊິ່ງ ອິດສະຣາແອັນ ສະເໜີ. ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ເນັ້ນໜັກວ່າ ເລື່ອງປ່ອຍຕົວປະກັນແມ່ນ “ເນື້ອໃນຈຸດສຸມຂອງທຸກວຽກງານ ເຊິ່ງ ອາເມລິກາ ພວມພະຍາຍາມປະຕິບັດ”. ຄາດວ່າ ມີຕົວປະກັນຊາວ ອິດສະຣາແອັນ 129 ຄົນ ອິດສະຣາແອັນ ຍັງຖືກກັກຕົວຢູ່ເຂດ ກາຊາ, ໃນນັ້ນ ມີ 34 ຄົນ ໄດ້ຮັບຖືວ່າ ໄດ້ເສຍຊີວິດແລ້ວ. ໃນການເຮັດວຽກກັບທ່ານນາຍົກລັດຖະມົນຕີ Benjamin Netanyahu ໃນວັນດຽວກັນຢູ່ Jerusalem, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ຢັ້ງຢືນຄືນໃໝ່ວ່າ ອາເມລິກາ ເດັດດ່ຽວຄັດຄ້ານແຜນການຂອງ ອິດສະຣາແອັນ ທີ່ຈະບຸກໂຈມຕີ Rafah, ເຊິ່ງເປັນນະຄອນຢູ່ທາງທິດໃຕ້ເຂດ ກາຊາ.

        ໂດຍມີປະຕິກິລິຍາໃນວັນດຽວກັນ, ທ່ານ Sami Abu Zuhri ການນຳຂັ້ນສູງຂອງ ຮາມາດສ ໃຫ້ຮູ້ວ່າ ຮາມາດສ ຈະຢຸດຕິທຸກການເຈລະຈາແບບທາງອ້ອມກັບ ອິດສະຣາແອັນ ຖ້າຫາກວ່າ ປະເທດນີ້ດຳເນີນການເຄື່ອນໄຫວການທະຫານແນໃສ່ Rafah.

ນັກຂ່າວ VOV ປະຈໍາ ອີຢິບ


ຕອບກັບ