ການ​ນຳ VOV5 ອວຍ​ພອນ​ບຸນ​ປີ​ໃໝ່ ລາວ ພ​ສ.2565 ຢູ່​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ ທີ່ ຮ່າ​ໂນ້ຍ

Chia sẻ
(VOVWORLD) -ຕອນບ່າຍວັນທີ 12 ເມສາ, ຄະນະພະນັກງານ, ນັກຂ່າວ, ບັນນາທິການພະແນກລາຍການກະຈາຍສຽງພາກພາສາຕ່າງປະເທດ  - ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໂດຍທ່ານ ຫງວຽນຕ໊ຽນລອງ, ຜູ້ອຳນວຍການ VOV5 ນຳໜ້າ  ໄດ້ໄປຮອດສະຖານທູດ ລາວ ປະຈຳ ຫວຽດນາມ ເພື່ອອວຍພອນບຸນປີໃໝ່ ພສ. 2565.
ການ​ນຳ VOV5  ອວຍ​ພອນ​ບຸນ​ປີ​ໃໝ່ ລາວ ພ​ສ.2565 ຢູ່​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ ທີ່ ຮ່າ​ໂນ້ຍ - ảnh 1ທ່ານ ຫງວຽນຕ໊ຽນລອງ, ຜູ້ອຳນວຍການ VOV5  ແລະ ທ່ານ ຈັນທະພອນ ຄຳມະນີຈັນ, ອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ 

ນະທີ່ນີ້, ທ່ານ ຫງວຽນຕ໊ຽນລອງ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດມາຍັງພະນັກງານ, ພາລະກອນສະຖານທູດ ລາວ ປະຈຳ ຫວຽດນາມ ພ້ອມດ້ວຍຄອບຄົວ ເນື່ອງໃນໂອກາດບຸນປີໃໝ່ ລາວ ພສ. 2565. ທ່ານ ຫງວຽນຕ໊ຽນລອງ ໃຫ້ຮູ້ວ່າ ປີ 2022 ແມ່ນປີທີ່ມີຄວາມໝາຍພິເສດສຳລັບສອງປະເທດ ຫວຽດນາມ  - ລາວ. ສອງຝ່າຍຈະສະເຫຼີມສະຫຼອງສອງວັນປະຫວັດສາດ ນັ້ນຄື ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ (5/9/1962 – 5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/7/1977 – 18/07/2022), ດັ່ງນັ້ນ, 2 ປະເທດຈະດຳເນີນກິດຈະກຳ, ການເຄື່ອນໄຫວຫຼາຍຢ່າງ. ສະພາບການໂລກລະບາດໂຄວິດ - 19 ໃນໂລກເວົ້າລວມ ແລະ ລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າສະເພາະ ກໍໄດ້ຮັບການຄວບຄຸມເທື່ອລະກ້າວ, ນີ້ແມ່ນເງື່ອນໄຂທີ່ດີເພື່ອໃຫ້ສອງປະເທດຜັນຂະຫຍາຍກິດຈະກຳຂອງປີ ສາມັກຄີມິດຕະພາບ, ຮ່ວມມືແບບພິເສດລະຫວ່າງສອງປະເທດ. ທ່ານ ຫງວຽນຕ໊ຽນລອງ ໃຫ້ຮູ້ວ່າ:

        “VOV ແມ່ນໜຶ່ງໃນບັນດາອົງການສື່ມວນຊົນຫຼາຍປະເພດສື່ຂ່າວແຖວໜ້າຂອງ ຫວຽດນາມ. ປັດຈຸບັນ, VOV ມີ 8 ຊ່ອງກະຈາຍສຽງ, 17 ຊ່ອງໂທລະພາບ, ໜັງສືພິມເອເລັກໂຕນິກ, ໜັງສືພິມ, ວາລະສານ. ນີ້ແມ່ນອົງການຫຼັກແຫຼ່ງໃນການໂຄສະນາເຜີຍແຜ່ໃຫ້ແກ່ປີພິເສດ ຫວຽດນາມ - ລາວ. VOV5  ກໍແມ່ນແນກຫຼັກແຫຼ່ງຂອງ ຫວຽດນາມ ລວມມີ 13 ພາສາຕ່າງປະເທດ, ໃນນັ້ນພາສາ ລາວ ແມ່ນລາຍການຕົ້ນຕໍໃຫ້ຂ່າວ, ບົດກ່ຽວກັບການເຄື່ອນໄຫວຂອງປີສາມັກຄີ, ມິດຕະພາບ. ພວກຂ້າພະເຈົ້າຫວັງວ່າ ສະຖານທູດ ລາວ ປະຈຳ ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ແກ່ນັກຂ່າວຂອງ VOV ໄດ້ສຳຜັດກັບເຫດການຕ່າງໆຢູ່ສອງປະເທດເພື່ອຖະແຫຼງຂ່າວ, ບົດສູ່ທ່ານຜູ້ຟັງ, ຜູ້ອ່ານ ຫວຽດນາມ ແລະ ລາວ ໄດ້ຢ່າງທັນການ”.

ການ​ນຳ VOV5  ອວຍ​ພອນ​ບຸນ​ປີ​ໃໝ່ ລາວ ພ​ສ.2565 ຢູ່​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ ທີ່ ຮ່າ​ໂນ້ຍ - ảnh 2ທ່ານ ຈັນທະພອນ ຄຳມະນີຈັນ, ອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ຂອບອົກຂອບໃຈພະນັກງານ, ນັກຂ່າວ, ບັນນາທິການ VOV5 ທີ່ໄດ້ສົ່ງຄຳອວຍພອນອັນປະເສີດມາຍັງພະນັກງານສະຖານທູດ ເນື່ອງໃນໂອກາດບຸນປີໃໝ່ລາວ.
  ສ່ວນທ່ານ ຈັນທະພອນ ຄຳມະນີຈັນ, ອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ໄດ້ຂອບອົກຂອບໃຈພະນັກງານ, ນັກຂ່າວ, ບັນນາທິການ VOV5 ທີ່ໄດ້ສົ່ງຄຳອວຍພອນອັນປະເສີດມາຍັງພະນັກງານສະຖານທູດ ເນື່ອງໃນໂອກາດບຸນປີໃໝ່ລາວ.
 (ສຽງຂອງທ່ານ ຈັນທະພອນ ຄຳມະນີຈັນ, ອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມພາສາລາວ)

        ເນື່ອງໃນໂອກາດນີ້, ຕາງໜ້າ VOV5 ກໍໄດ້ມອບຂອງຂວັນອວຍພອນປີໃໝ່ລາວ 2022.

ການ​ນຳ VOV5  ອວຍ​ພອນ​ບຸນ​ປີ​ໃໝ່ ລາວ ພ​ສ.2565 ຢູ່​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ ທີ່ ຮ່າ​ໂນ້ຍ - ảnh 3ທ່ານ ຫງວຽນຕ໊ຽນລອງ ຕາງໜ້າ VOV5 ກໍໄດ້ມອບຂອງຂວັນອວຍພອນປີໃໝ່ລາວ 2022

ຕອບກັບ