ການທ່ອງທ່ຽວ ຫວຽດນາມ: ຫັນເປັນສີຂຽວເພື່ອພັດທະນາແບບຍືນຍົງ

Chia sẻ
(VOVWORLD) - ເວທີປາໄສລວມມີ 2 ວາລະປຶກສາຫາລື: ຄວາມຮັບຮູ້ກ່ຽວກັບການຫັນເປັນສີຂຽວ ໃນການທ່ອງທ່ຽວ ແລະ ການໂອ້ລົມສົນທະນາກ່ຽວກັບມາດຕະການຫັນເປັນສີຂຽວສຳລັບການທ່ອງທ່ຽວ ຫວຽດນາມ.
ການທ່ອງທ່ຽວ ຫວຽດນາມ: ຫັນເປັນສີຂຽວເພື່ອພັດທະນາແບບຍືນຍົງ - ảnh 1ວທີປາໄສ "ການທ່ອງທ່ຽວ ຫວຽດນາມ - ຫັນເປັນສີຂຽວເພື່ອພັດທະນາແບບຍືນຍົງ"
(ພາບ:VGP)

ໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ - VITM ຮ່າໂນ້ຍ ປີ 2024, ວັນທີ 12 ເມສາ, ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ໄດ້ຈັດເວທີປາໄສ "ການທ່ອງທ່ຽວ ຫວຽດນາມ - ຫັນເປັນສີຂຽວເພື່ອພັດທະນາແບບຍືນຍົງ".

         ເວທີປາໄສລວມມີ 2 ວາລະປຶກສາຫາລື: ຄວາມຮັບຮູ້ກ່ຽວກັບການຫັນເປັນສີຂຽວ ໃນການທ່ອງທ່ຽວ ແລະ ການໂອ້ລົມສົນທະນາກ່ຽວກັບມາດຕະການຫັນເປັນສີຂຽວສຳລັບການທ່ອງທ່ຽວ ຫວຽດນາມ.

        ແຕ່ປີ 2018, ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ໄດ້ປຸກລະດົມຂະບວນການ “ທ່ອງທ່ຽວ ຫວຽດນາມ - ຮ່ວມແຮງຮ່ວມໃຈຫລຸດຜ່ອນຂີ້ເຫຍື້ອປລາດຕິກ” ແລະ ໄດ້ຮັບການຕອບສະໜອງຈາກບັນດາວິສາຫະກິດທ່ອງທ່ຽວ. ທ່ານ ຫວູເທ່ບິ່ງ, ປະທານສະຫະສະມາຄົມທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ:

      “ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ເປັນເຈົ້າການຂົນຂວາຍບັນດາວິສາຫະກິດທ່ອງທ່ຽວໃນທົ່ວປະເທດປະຕິບັດການຫັນເປັນສີຂຽວ ເພື່ອຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນການພັດທະນາການທ່ອງທ່ຽວ ຫວຽດນາມ ກາຍເປັນຂະແໜງທ່ອງທ່ຽວສີຂຽວ ບົນພື້ນຖານພັດທະນາບັນດາຜະລິດຕະພັນທ່ອງທ່ຽວສີຂຽວ, ການບໍລິການສີຂຽວ ແລະ ສຳຄັນທີ່ສຸດແມ່ນຍົກສູງສະຕິຄວາມຮັບຮູ້ ແລະ ການກະທຳຂອງລະບົບບັນດາວິສາຫະກິດທ່ອງທ່ຽວ ຫວຽດນາມ ຕາມທິດຫັນເປັນສີຂຽວເພື່ອໃຫ້ຂະແໜງທ່ອງທ່ຽວ ຫວຽດນາມ ພັດທະນາແບບຍືນຍົງ, ມີປະສິດທິຜົນ”.    

      ບັນດາຜູ້ແທນຖືວ່າ, ການພັດທະນາການທ່ອງທ່ຽວຕາມທິດເຕີບໂຕສີຂຽວ ຕ້ອງປະຕິບັດຄຽງຄູ່ກັບການປ່ຽນໃໝ່ເຕັກໂນໂລຊີ, ນຳໃຊ້ພະລັງງານມີປະສິດທິຜົນ, ເພີ່ມອັດຕາສ່ວນແຫຼ່ງພະລັງງານທົດແທນ, ຫລຸດຜ່ອນອາຍພິດເຮືອນແກ້ວ. ພ້ອມນັ້ນ, ເພີ່ມທະວີການຄຸ້ມຄອງຈຸດນັດພົບການທ່ອງທ່ຽວ, ສ້າງສຳເລັດ ແລະ ເສີມຂະຫຍາຍນະໂຍບາຍພັດທະນາການທ່ອງທ່ຽວມີປະສິດທິຜົນນະໂຍບາຍພັດທະນາການທ່ອງທ່ຽວ, ຫັນເປັນດີຈີຕອນ.

ຕອບກັບ