ການ​ກວດກາ​ ​ອາຊີບ​ຫາ​ປາ​ປະ​ສົມ ລະຫວ່າງ​ຫວຽດນາມ - ຈີນ ຄັ້ງ​ທໍາ​ອິດ​ປີ 2020 ​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ

Chia sẻ
(VOVWORLD) -  ໃນລະຫວ່າງວັນທີ 21 – 23 ເມສາ, ໄດ້ດໍາເນີນການກວດກາ ອາຊີບຫາປາ ປະສົມ ລະຫວ່າງຫວຽດນາມ - ຈີນ ຄັ້ງທໍາອິດປີ 2020 ຕາມແຜນການຕໍ່ສັນຍາວ່າດ້ວຍການຮ່ວມມືໃນອາຊີບຫາປາລະຫວ່າງສອງປະເທດຢູ່ເຂດອ່າວພາກເໜືອ.
ການ​ກວດກາ​  ​ອາຊີບ​ຫາ​ປາ​ປະ​ສົມ ລະຫວ່າງ​ຫວຽດນາມ - ຈີນ ຄັ້ງ​ທໍາ​ອິດ​ປີ 2020 ​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ - ảnh 1 ແນະນໍາຊາວປະມົງລ້າງມືຂ້າເຊື້ອເພື່ອປ້ອງກັນໂລກລະບາດໂຄວິດ - 19 (ພາບ: TTXVN)

      ດ້ວຍຄວາມຮັບຜິດຊອບສູງຂອງສອງຝ່າຍ, ການປະຕິບັດງານຄັ້ງນີ້ ຈຶ່ງ ໄດ້ສໍາເລັດລົງຢ່າງຈົບງາມ, ປະກອບສ່ວນກໍ່ສ້າງເຂດທະເລໃຫ້ມີສັນຕິພາບ, ສະຖຽນລະພາບ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ໃນໄລຍະກວດກາ, ກໍາລັງຕໍາຫຼວດທະເລສອງປະເທດໄດ້ດໍາເນີນການກວດກາ, ຕິດຕາມການເຄື່ອນໄຫວຈັບຫາສິນໃນນໍ້າ, ສິນທະເລຂອງຊາວປະມົງສອງປະເທດໃນເຂດຈັບຫາປາລວມ, ໂຄສະນາເຜີຍແຜ່ກ່ຽວກັບກົນໄກການເຄື່ອນໄຫວ, ການປະພຶດຢູ່ທະເລ ແລະ ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພໍ່ແມ່ປະຊາຊົນ, ຊາວປະມົງທີ່ພວມຈັບຫາສິນໃນນໍ້າ, ສິນທະເລ  ຢູ່ເຂດຈັບຫາປາລວມ ໃນເຂດອ່າວພາກເໜືອ. ກໍຢູ່ໃນການປະຕິບັດງານຄັ້ງນີ້, ກໍາລັງຕໍາຫຼວດທະເລຫວຽດນາມ ໄດ້ສົມທົບກັນປະຕິບັດລາຍການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໂດຍສະຫງວນໃຫ້ແກ່ກໍ່າປັ່ນຫາປາຂອງຊາວຫວຽດນາມທີ່ພວມຈັບຫາສິນໃນນໍ້າຢູ່ເຂດຫາປາລວມ.

 

ຕອບກັບ