ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ - ສະຫະພັນ​ລັດ​ເຊຍຮ່ວມ​ມື​ກັນ​ປ້ອງ​ກັນ​ແລະສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

Chia sẻ
(VOVWORLD) -ວັນທີ 22 ເມສາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມໄດ້ເປັນປະທານຮ່ວມຈັດຕັ້ງການແລກປ່ຽນຜ່ານທາງອອນລາຍກັບກະຊວງປ້ອງກັນປະເທດສະຫະພັນລັດເຊຍກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ - ສະຫະພັນ​ລັດ​ເຊຍຮ່ວມ​ມື​ກັນ​ປ້ອງ​ກັນ​ແລະສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 - ảnh 1ການແລກປ່ຽນຜ່ານທາງອອນລາຍ

ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມກັບກະຊວງປ້ອງກັນປະເທດສະຫະພັນລັດເຊຍ (ພາບ: TTXVN)  

ໃນສະພາບການໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ, ສອງຝ່າຍໄດ້ເຫັນດີເປັນເອກະພາບໂດຍຖືນີ້ແມ່ນໄພນາບຂູ່ລວມຂອງມວນມະນຸດ, ຍົກສູງບົດບາດ, ຄວາມມານະພະຍາຍາມຂອງປະຊາຄົມສາກົນໃນໄລຍະຜ່ານມາ.

        ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາການແລກປ່ຽນປະສົບການຜ່ານທາງອິນເຕີແນັດ, ຊຸກຍູ້ບາງເນື້ອໃນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີການແລກປ່ຽນນັກຊ່ຽວຊານໃນຂົງເຂດເຕັກໂນໂລຢີ, ການແພດ, ຊີວະສາດ; ສະໜອງອຸປະກອນການແພດປ້ອງກັນ, ສະກັດກັ້ນ; ສະໜອງຢຸກຢາເພື່ອປິ່ນປົວ; ຊຸກຍູ້ການຮ່ວມມືໂດຍກົົງລະຫວ່າງບັນດາຮາກຖານຄົ້ນຄວ້າຂອງທັງສອງຝ່າຍ.

        ກ່ອນໜ້ານັ້ນ, ກະຊວງປ້ອງກັນປະເທດຫວຽດນາມ ກໍໄດ້ມອບຊຸດປ້ອງກັນພະຍາດ, ອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຈໍານວນໜຶ່ງໃຫ້ແກ່ ສະຖານທູດ ສະຫະພັນລັດເຊຍ ປະຈໍາ ຮ່າໂນ້ຍ. 


ຕອບກັບ