ກະຊວງປ້ອງກັນປະເທດຈັດກອງປະຊຸມຄະນະຊີ້ນຳຕ້ານເຊື້ອພະຍາດອັກເສບປອດ nCoV

Chia sẻ
(VOVWORLD) - ຕອນເຊົ້າວັນທີ 06 ກຸມພາ, ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳຂອງກະຊວງປ້ອງກັນປະເທດກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດອັດເສບປອດຈາກເຊື້ອໄວຣັດ ໂກໂຣນາ ສາຍພັນໃໝ່ (NCoV), ເປັນປະທານກອງປະຊຸມຄະນະຊີ້ນຳຜັນຂະຫຍາຍວຽກງານປ້ອງກັນ, ຕ້ານເຊື້ອພະຍາດໃນໄລຍະຈະມາເຖິງ.

        ມາຮອດປັດຈຸບັນ, ກະຊວງປ້ອງກັນປະເທດໄດ້ສົມທົບກັບກະຊວງສາທາລະນະສຸກ ແລະ ບັນດາອົງການເຈົ້າໜ້າທີ່ຕ້ອນຮັບພົນລະເມືອງ ຫວຽດນາມ ມາຈາກ ຈີນ ແລະ ບັນດາປະເທດທີ່ຕິດເຊື້ອພະຍາດກັບຄືນປະເທດ. ບັນດາກົມກອງໄດ້ຈັດຕັ້ງການຕ້ອນຮັບ, ແຍກອອກຢູ່ຕ່າງຫາກ ເພື່ອເຝົ້າຕິດຕາມສຸຂະພາບໃຫ້ພົນລະເມືອງ 577 ຄົນທີ່ກັບມາຈາກເຂດເກີດເຊື້ອພະຍາດ. ທ່ານພົນຈັດຕະວາ ຮ່ວາງດັງຍຽວ, ຮອງຜູ້ບັນຊາການທະຫານປ້ອງກັນຊາຍແດນ ຫວຽດນາມ ຢັ້ງຢືນວ່າ ການຄວບຄຸມເຊື້ອພະຍາດແມ່ນຂັ້ນຕອນທຳອິດ ຫລັງຈາກນັ້ນ ຈຶ່ງເຮັດລະບຽບການ.

        “ກອງບັນຊາການທະຫານປ້ອງກັນຊາຍແດນໄດ້ຊາບຊຶມ ແລະ ຊີ້ນຳໃຫ້ບັນດາກົມກອງໃນທົ່ວປະເທດ, ໃນນັ້ນ ຈຸດສຸມແມ່ນ 7 ແຂວງພາກເໜືອ. ໃນ 7 ແຂວງນັ້ນ ມີ 3 ແຂວງ ກ໋ວາງນິງ, ລ້າງເຊີນ ແລະ ລາວກາຍ, ແມ່ນ 3 ແຂວງຈຸດສຸມທີ່ມີດ່ານຊາຍແດນສາກົນ ມີຄົນໄປມາຜ່ານແດນເປັນຈຳນວນຫລວງຫລາຍທີ່ສຸດ.

        ໃນການຜັນແປອື່ນອີກ, ແນໃສ່ສືບຕໍ່ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດເກີດຈາກໄວຣັດ ໂກໂຣນາ ສາຍພັນໃໝ່ (nCoV), ພ້ອມທັງແກ້ໄຂເລື່ອງສິນຄ້າຜ່ານແດນຢູ່ຊາຍແດນໄດ້ຢ່າງທັນການ. ພະແນກພາສີບັນດາແຂວງຊາຍແດນທາງພາກເໜືອ (ລ້າງເຊີນ, ກ໋ວາງນິງ, ກາວບັງ, ຮ່າຢາງ, ລາວກາຍ, ດ້ຽນບຽນ) ໄດ້ສ້າງຕັ້ງບັນດາໜ່ວຍປະຕິບັດງານໜູນຊ່ວຍໃຫ້ແກ່ບັນດາການເຄື່ອນໄຫວສົ່ງອອກນຳເຂົ້າສິນຄ້າ, ປ້ອງກັນ, ສະກັດກັ້ນເຊື້ອພະຍາດ ແລະ ເປັນສູນສະໜອງ, ແລກປ່ຽນຂໍ້ມູນຂ່າວສານກັບກົມໃຫຍ່ພາສີເມື່ອມີຄວາມຈຳເປັນ.

ຕອບກັບ