ກະຊວງຕໍາຫຼວດຫວຽດນາມ ເພີ່ມທະວີການຮ່ວມມືກັບ ສະຫະພັນ ປະຕິບັດກົດໝາຍ ອາເມລິກາ

Chia sẻ
(VOVWORLD) -ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນວັນແທັ່ງ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະພັນ ປະຕິບັດກົດໝາຍ ອາເມລິກາ (USLEC) ແລະ ສະຫະສະມາຄົມຜູ້ບັນຊາການ ຕໍາຫຼວດສາກົນ (IACP)  ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ກະຊວງຕໍາຫຼວດຫວຽດນາມ ເພີ່ມທະວີການຮ່ວມມືກັບ ສະຫະພັນ ປະຕິບັດກົດໝາຍ ອາເມລິກາ - ảnh 1 ທ່ານພົນໂທ ຫງວຽນວັນແທັ່ງ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະພັນ ປະຕິບັດກົດໝາຍ ອາເມລິກາ (ພາບ: VOV)

ທ່ານຮອງລັດຖະມົນຕີ ຫງວຽນວັນແທັ່ງ ຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າ ແລະ ປາດຖະໜາວ່າ ຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບລະບຽບການດ້ານການເມືອງຂອງກັນ, ເພື່ອຜົນປະໂຫຍດຂອງສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານ ຫງວຽນວັນແທັ່ງ ກໍສະເໜີໃຫ້ ສະຫະພັນ ປະຕິບັດກົດໝາຍ ອາເມລິກາ,  ສະຫະສະມາຄົມຜູ້ບັນຊາການຕໍາຫຼວດສາກົນ ແລະ ກະຊວງຕໍາຫຼວດຫວຽດນາມ ເພີ່ມທະວີການແລກປ່ຽນຂໍ້ມູນດ້ານວິຊາການ, ເອກະສານ ແລະ ປະສົບການປະຕິບັດງານ ໃນບັນດາຂົງເຂດປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ... ເພື່ອປະສານສົມທົບກັນໃນວຽກງານປ້ອງກັນ, ຕ້ານ, ສືບສວນ ອາດຊະຍາກໍາ. ພ້ອມກັນນັ້ນ, ກໍ່ເພີ່ມທະວີການໜູນຊ່ວຍບໍາລຸງສ້າງຍົກສູງກໍາລັງຄວາມສາມາດ ໃຫ້ແກ່ກໍາລັງປະຕິບັດກົດໝາຍຂອງຫວຽດນາມ.


ຕອບກັບ