ກອງ​ປ​ະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ທາງ​ອອນ​ລາຍ ລະ​ຫວ່າງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ສູນ​ກາງພັກ​ກອມ​ມູ​ນິດ​ຫວຽດ​ນາມ ກັບ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ສູນ​ກາງ​ພັກ ປະ​ຊາ​ຊາ​ຊົນ​ປະ​ຕິ​ວັດ​ລາວ

Chia sẻ
(VOVWORLD) -ວັນທີ 28 ສິງຫາ, ທ່ານ ຮວ່າງບິ່ງກວັນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ໄດ້ມີການໂອ້ລົມທາງອອນລາຍກັບທ່ານນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ.
ກອງ​ປ​ະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ທາງ​ອອນ​ລາຍ ລະ​ຫວ່າງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ສູນ​ກາງພັກ​ກອມ​ມູ​ນິດ​ຫວຽດ​ນາມ ກັບ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ສູນ​ກາງ​ພັກ ປະ​ຊາ​ຊາ​ຊົນ​ປະ​ຕິ​ວັດ​ລາວ - ảnh 1ກອງປະຊຸມໂອ້ລົມສົນທະນາທາງອອນລາຍ ລະຫວ່າງຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ກັບ ຄະນະພົວພັນຕ່າງປະເທດ ສູນກາງພັກ ປະຊາຊາຊົນປະຕິວັດລາວ (ພາບ: TTXVN) 


ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສາຍພົວພັນສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວ ຕໍ່ສະຖຽນລະພາບ ແລະ ການພັດທະນາຂອງສອງປະເທດ, ໃນນັ້ນ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າຂອງຄະນະພົວພັນຕ່າງປະເທດຂອງສອງພັກ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນອັນດີງາມຂອງສອງປະເທດ ນັບມື້ນັບພັດທະນາເຂົ້າສູ່ລວງເລິກໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງຊາດ.

ສອງຝ່າຍກໍແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງພັກ, ລັດ, ໃນນັ້ນ ລວມມີວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງແຕ່ລະພັກ; ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ, ໃນນັ້ນ ມີສະພາບການຢູ່ທະເລຕາເວັນອອກ ແລະ ບາງບັນຫາທີ່ຫາກໍ່ພົ້ນເດັ່ນຂຶ້ນຫວ່າງມໍ່ໆມານີ້ ເຊິ່ງສອງຝ່າຍຕ່າງກໍມີຄວາມສົນໃຈ. ສອງຝ່າຍຢັ້ງຢືນວ່າ ຈະສືບຕໍ່ຮັກສາ ແລະ ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ ແລະ ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຢ່າງແທດຈິງ, ສະໜັບສະໜູນເຊິ່ງກັນແລະກັນໃນບັນດາບັນຫາສາກົນ ແລະ ພາກພື້ນ, ໂດຍສະເພາະແມ່ນໃນຂອບເຂດການຮ່ວມມືໃນ ອາຊຽນ, WTO, ASEM ແລະ ບັນດາກົນໄກຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ