( vovworld ) – ວັນທີ 10/5, ຢູ່ວຽງຈັນ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ສົມທົບກັນຈັດກອງປະຊຸມສຳມະນາກ່ຽວກັບວຽກງານແນວໂຮມ. ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ: ບັນດາບົດຮຽນກ່ຽວກັບການເຂົ້າຮ່ວມການກໍ່ສ້າງພັກກໍ່ຄືການປະສານສົມທົບລະຫວ່າງແນວໂຮມກັບລັດ, ອົງການສະມາຊິກໃນແນວໂຮມ, ບັນດາກະຊວງ ຂະແໜງຢູ່ສູນກາງຂອງ ຫວຽດນາມ ເພື່ອເພີ່ມທະວີການສົມທົບກັນປະຕິບັດການຂົນຂວາຍບັນດາຂະບວນການ, ບັນດາໂຄງການເສດຖະກິດສັງຄົມ….ແມ່ນບັນດາບົດຮຽນທີ່ມີຊີວິດຊີວາ, ອັນໄດ້ຊ່ວຍໃຫ້ແນວລາວສ້າງຊາດ ເສີມຂະຫຍາຍສິດເປັນເຈົ້າກ່ວາອີກ, ປະຕິບັດແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ…….
ລາວ ມອບອັດຖິທະຫານອາສາສະໝັກ ຫວຽດນາມ
( vovworld ) – ໃນວັນທີ 8-9/5, ຢູ່ແຂວງສາລະວັນ, ທາງພາກໃຕ້ປະເທດລາວ, ອຳນາດການປົກຄອງ ແລະ ປະຊາຊົນລາວໄດ້ມອບອັດຖິຜູ້ຊ່ຽວຊານ ແລະ ທະຫານອາສາສະໝັກ 20 ຊຸດ ຊື່ງແມ່ນຜູ້ທີ່ໄດ້ເສຍສະຫຼະຊີວິດໃນການຕໍ່ຕ້ານຍາດເອົາເອກະລາດແຫ່ງຊາດຂອງປະຊາຊົນລາວ ໃຫ້ແກ່ແຂວງ Thua Thien Hue. ທີ່ພິທີມອບ, ທ່ານ ພູວຽງ ລຽມມາວົງສາ, ຫົວໜ້າບັນຊາການ, ກອງບັນຊາການ ທະຫານແຂວງສາລະວັນ ໄດ້ສະແດງໃຫ້ເຫັນຄວາມຮູ້ບຸນຄຸນທີ່ຈິງໃຈຂອງປະຊາຊົນລາວ ທີ່ມີຕໍ່ຄວາມເສຍສະຫຼະອັນສູງສົ່ງບັນດາຜູ້ຊ່ຽວຊານ ແລະ ທະຫານອາສາສະໝັກ ຫວຽດນາມ. ກ່ອນໜ້ານັ້ນ, ຄືໃນວັນທີ 4/5, ການນຳ ແລະ ປະຊາຊົນແຂວງຄຳມ່ວນ ກໍ່ໄດ້ມອບອັດຖິຜູ້ຊ່ຽວຊານ ແລະ ທະຫານອາສາສະໝັກ ຫວຽດນາມ ລວມ 37 ຊຸດ ໃຫ້ແກ່ກອງບັນຊາການທະຫານແຂວງ Quang Binh ເຊັ່ນດຽວກັນ.