ກອງ​ປະຊຸມ​ສໍາ​ມະ​ນາ “ປະທານ​ໂຮ່ຈີ​ມິນ - ຊີວິດ ​ແລະ ພາລະກິດ”

Chia sẻ
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີ ແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19/05/1890 – 19/05/2020), ວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ໃນບໍລິເວນທໍານຽບປະທານປະເທດ ໄດ້ຈັດຕັ້ງກອງປະຊຸມສໍາມະນາດ້ວຍຫົວຂໍ້ “ປະທານໂຮ່ຈີມິນ - ຊີວິດ ແລະ ພາລະກິດ”.

        ດ້ວຍບົດປະກອບຄໍາເຫັນ 45 ບົດ, ອີກຄັ້ງໜຶ່ງ ກອງປະຊຸມສໍາມະນາ ໄດ້ເຮັດແຈ້ງທີ່ເກີດ, ຊີວິດ ແລະ ພາລະກິດປະຕິວັດອັນສະຫງ່າລາສີຂອງປະທານໂຮ່ຈີມິນ; ບັນດາການອຸທິດສ່ວນອັນຍິ່ງໃຫຍ່ຂອງ ເພິ່ນ ທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຊາດຫວຽດນາມ,ດ້ວຍຂະບວນການກອມມູນິດ ແລະ ກໍາມະກອນສາກົນ...

        ກອງປະຊຸມສໍາມະນາດັ່ງກ່າວ ບໍ່ພຽງແຕ່ແມ່ນໂອກາດເພື່ອທົບທວນຄືນ ແລະ ຢັ້ງຢືນບົດບາດຂອງປະທານໂຮ່ຈີມິນ ທີ່ມີຕໍ່ການພັດທະນາ ແລະ ໄຊຊະນະຂອງການປະຕິວັດຫວຽດນາມເທົ່ານັ້ນ, ຫາກຍັງມີຄວາມໝາຍອັນແທດຈິງ, ປະກອບສ່ວນເຂົ້າໃນບັ້ນເຄື່ອນໄຫວ “ຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ” ໃນໄລຍະໃໝ່.

ກອງ​ປະຊຸມ​ສໍາ​ມະ​ນາ “ປະທານ​ໂຮ່ຈີ​ມິນ - ຊີວິດ ​ແລະ ພາລະກິດ” - ảnh 1 ໄຂງານວາງສະແດງດ້ວຍຫົວຂໍ້ “ປະທານໂຮ່ຈີມິນ - ຜູ້ນໍາທີ່ຍິ່ງໃຫຍ່ຂອງພັກກອມມູນິດ ແລະ ປະຊາຊົນຫວຽດນາມ, ທູດແຫ່ງສັນຕິພາບ ແລະ ມິດຕະພາບຂອງປະຊາຊົນໃນໂລກ” (ພາບ: TTXVN)
        ໃນຕອນເຊົ້າຂອງວັນດຽວກັນ, ເຂດອະນຸສອນສະຖານປະທານໂຮ່ຈີມິນ ກໍໄດ້ໄຂງານວາງສະແດງດ້ວຍຫົວຂໍ້ “ປະທານໂຮ່ຈີມິນ - ຜູ້ນໍາທີ່ຍິ່ງໃຫຍ່ຂອງພັກກອມມູນິດ ແລະ ປະຊາຊົນຫວຽດນາມ, ທູດແຫ່ງສັນຕິພາບ ແລະ ມິດຕະພາບຂອງປະຊາຊົນໃນໂລກ”. 

ຕອບກັບ