ກອງປະຊຸມສຸດຍອດ NATO ອອກຖະແຫຼງການຮ່ວມ

Chia sẻ
(VOVWORLD) - ສິ້ນສຸດກອງປະຊຸມສຸດຍອດຢູ່ ລອນດອນ (ປະເທດ ອັງກິດ) ໃນວັນທີ 04 ທັນວາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ອອກຖະແຫຼງການຮ່ວມຢັ້ງຢືນຄືນໃໝ່ ນ້ຳໃຈສາມັກຄີລະຫວ່າງບັນດາປະເທດສະມາຊິກຢູ່ ເອີຣົບ ແລະ ອາເມລິກາເໜືອ, ໂດຍບໍ່ຫົວຊາຕໍ່ເລື່ອງໂຕ້ຖຽງກັນທີ່ກ່ຽວຂ້ອງເຖິງການປະກອນເງິນ ແລະ ຍຸດທະສາດປ້ອງກັນ.
ກອງປະຊຸມສຸດຍອດ NATO ອອກຖະແຫຼງການຮ່ວມ - ảnh 1 ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມ (ພາບ: AFP/TTXVN)

        ເນື້ອໃນຖະແຫຼງການຮ່ວມ, ບັນດາການນຳ NATO ໄດ້ຢັ້ງຢືນຄືນໃໝ່ຂໍ້ຕົກລົງປ້ອງກັນຮ່ວມທີ່ໄດ້ຍົກອອກມາໃນຂໍ້ 5 ກົດບັດ NATO ທີ່ຮັບຮູ້ວ່າ: “ບັນດາສິ່ງທ້າທາຍ ແລະ ກາລະໂອກາດ” ຈາກ ຈີນ ພວມເກີດຂຶ້ນ ແລະ ຄວາມວິຕົກກັງວົນກ່ຽວກັບບັນດາການກະທຳຂອງ ລັດເຊຍ, ຖືນີ້ແມ່ນ “ໄພນາບຂູ່ຕໍ່ຄວາມໝັ້ນຄົງຂອງ ເອີຣົບ - ອັດລັງຕິກ”. ການນຳ NATO 29 ທ່ານກໍ່ໃຫ້ຄຳໝັ້ນສັນຍາວ່າ “ມີການກະທຳແຮງກ່ວາ” ຕ້ານລັດທິກໍ່ການຮ້າຍ.

ຕອບກັບ