( ກອງປະຊຸມສຸດຍອດກຸ່ມ NATO ) ( vovworld ) - ວັນທີ 20/5, ກອງປະຊຸມສຸດຍອດກຸ່ມ NATO ຖືກໄຂຂຶ້ນຢູ່ Chicago ( ອາເມລິກາ ), ດ້ວຍການເຂົ້າຮ່ວມຂອງເກືອບ 50 ປະເທດ, ເຊິ່ງລວມທັງສະມາຊິກ ແລະ ແຂກຖືກເຊີນ. ຄາດຄະເນວ່າກອງປະຊຸມຍາກທີ່ຫາໄດ້ສຽງເວົ້າລວມ. ຕາມຜູ້ຊ່ຽວຊານດ້ານການທະຫານ, ບັນຫາສຳຄັນທີ່ສຸດໃນໂຄງການດຳເນີນງານຂອງກອງປະຊຸມ NATO ແມ່ນສະພາບການຢູ່ອາບການິສະຖານ, ບອນທີ່ NATO ຕັດສິນຖອນກຳລັງທະຫານສູ້ຮົບລວມມີ 130.000 ຄົນໃນປີ 2014. ບັນດາຜູ້ຊ່ຽວຊານດ້ານການທະຫານໄດ້ກ່າວເຕື່ອນກ່ອນນັ້ນວ່າ, ອາບການິດສະຖານ ຈະຖືກຫຼົ້ມເຫຼວຖ້າຫາກ NATO ຖອນທະຫານ, ເພາະວ່າ ປະຈຸບັນລັດຖະບານອາບການິດສະຖານ ຍັງບໍ່ທັນຮັບປະກັນຄວາມສະຫງົບປອດໄພ. ເລື່ອງ NATO ຖອນທະຫານປະຈຸບັນອາດເວົ້າໄດ້ວ່າ ຍ້ອນຄວາມດັນຈາກຫາງສຽງພາຍໃນປະເທດກໍຄືເລື່ອງຫຼຸດຜ່ອນລາຍຈ່າຍດ້ານປ້ອງກັນປະເທດຢູ່ບັນດາປະເທດເອີລົບທີ່ພວມປະສົບກັບວິກິດການດ້ານເສດຖະກິດ. Từ khóa: NATO
ໜູນຊ່ວຍປະຊາຊົນຖືກເສຍຫາຍໂດຍພາຍຸ Yagi ກໍ່ຂຶ້ນ, ຟື້ນຟູການຜະລິດ ແລະນຳຊີວິດກັບຄືນສະພາບການປົກກະຕິ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຕ້ອງໜູນຊ່ວຍປະຊາຊົນ, ວິສາຫະກິດກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິ, ຟື້ນຟູການຜະລິດ, ດຳເນີນທຸລະກິດໂດຍໄວ
ມີຫຼາຍອົງການ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດບໍລິຈາກເງິນກ່ວາ 400 ລ້ານ USD ເພື່ອແກ້ໄຂຜົນຕາມມາຂອງພາຍຸ Yagi