ກອງປະຊຸມສຸດຍອດ BRICSອອກຖະແຫຼງການຮ່ວມ

Chia sẻ
​​(vovworld) - ຖະ​ແຫຼ​ງການ​ຮ່ວມ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່ສະພາບ​ການ​ຢູ່​ຢູ​ແກຼນ, ຢືນຢັນ​ວ່າ ຈະ​ບໍ່​ມີ​ມາດ​ຕະການ​ດ້ານ​ການ​ທະຫານ​ໃດໆ ​ໃຫ​​​້​ແກ່ການ​ປະ​ທະ​ກັນຢູ່​ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກ ນີ້
ກອງປະຊຸມສຸດຍອດ BRICSອອກຖະແຫຼງການຮ່ວມ - ảnh 1
ກອງປະຊຸມສຸດຍອດ BRICS ອອກຖະແຫຼງການຮ່ວມ
(ພາບປະກອບ: AFP/TTXVN)


​​(vovworld) - ຖະ​ແຫຼ​ງການ​ຮ່ວມ​ໂດຍ​ກາ​ນນຳ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ຫາ​ກໍ​ພົ້ນ​ແຖວໜ້າ BRICS (​ເຊິ່ງລວມມີ ບຣາ​ຊິນ, ລັດ​ເຊ​ຍ, ຈີນ ​ແລະ ອາ​ຟລິກາ​ໃຕ້) ຮັບ​ຮອງ​ເອົາໃນ​ວັນ​ທີ 09/07, ທີ່​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 7 ພວມ​ດຳ​ເນີນ​ໄປ​ຢູ່ Ufa, ປະ​ເທດ​ລັດ​ເຊ​ຍ. ຖະ​ແຫຼ​ງການ​ຮ່ວມ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່ສະພາບ​ການ​ຢູ່​ຢູ​ແກຼນ, ຢືນຢັນ​ວ່າ ຈະ​ບໍ່​ມີ​ມາດ​ຕະການ​ດ້ານ​ການ​ທະຫານ​ໃດໆ ​ໃຫ​​​້​ແກ່ການ​ປະ​ທະ​ກັນຢູ່​ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກ ນີ້ ​ແລະ ​ເສັ້ນທາງ​ໜຶ່ງ​ດຽວ​ທີ່ພາ​ໄປ​ເຖິງການ​ໄກ່​ໄກ່ຍ​ປອງ​ດອງແມ່ນ​ຜ່ານ​ການ​ເຈລະ​ຈາ​ດ້ານ​ການ​ເມືອງ​ຮອບດ້ານ. ນອກຈາກ​ບັນຫາ​ຢູ​ແກຼນ, ບັນດາ​ສະມາຊິກ​ກໍ​ສະ​ແດງ​ການ​ສະໜັບສະໜູນ​ສຳລັບ​ຂໍ້​ລິ​ເລີ່​ມຂອງ​ລັດ​ເຊຍ ຈັດ​ຕັ້ງ​ການ​ທາ​ບທາມ​ຄວາມ​ເຫັນ​ລະຫວ່າງ​ບັນດາຝ່າ​ຍປະ​ທະ​ກັນ​ຢູ່​ຊີຣີ ​ທີ່ມົດສກູ. ຖະ​ແຫຼງການ​ຮ່ວມຂອງ​ບັນດາ​ການ​ນຳ BRICS ກໍ່​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ອື່ນໆ ຕ້ານ​ຄືນ​ທຸກ​ຮູບ​ການ​ອາລັກຂາ​ດ້ານ​ການ​ຄ້າ, ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ການ​ຄ້າ​ໂລກ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ.