ກອງ​ປະ​ຊຸມ​ລະ​ດູໃບ​ໄມ້ຫຼົ່ນ IMF - WB: IMF ຮຽກ​ຮ້ອງ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ແກ້​ໄຂ​ບັນ​ຫາ​ໜີ້​ສິນ

Chia sẻ
(VOVWORLD) - ທ່ານນາງ Georgieva ຕີລາຄາວ່າ ການຈັດຕັ້ງກອງປະຊຸມຢູ່ອາບຟຼິກກາ ມີຄວາມໝາຍສຳຄັນກ່ຽວກັບສັນຍາລັກ ເມື່ອ ທະວີບນີ້ ຍັງປະສົບກັບບັນດາບັນຫາຂອງ 50 ປີກ່ອນ
ກອງ​ປະ​ຊຸມ​ລະ​ດູໃບ​ໄມ້ຫຼົ່ນ IMF - WB: IMF ຮຽກ​ຮ້ອງ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ແກ້​ໄຂ​ບັນ​ຫາ​ໜີ້​ສິນ - ảnh 1ສຳນັກງານໃຫຍ່ກອງທຶນງານຕາສາກົນ (ພາບ:  AFP/TTXVN)

ວັນທີ 9 ຕຸລາ, ກ່າວຄຳເຫັນໄຂກອງປະຊຸມລະດູໃບໄມ້ຫຼົ່ນປະຈຳປີຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຢູ່ມາຣົກ, ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ IMF ໄດ້ຮຽກຮ້ອງທຸກປະເທດຮັ່ງມີເພີ່ມທະວີການໜູນຊ່ວຍບັນດາປະເທດພວມພັດທະນາ ເພື່ອແກ້ໄຂບັນຫາໜີ້ສິນ. ທ່ານນາງ Georgieva ຕີລາຄາວ່າ ການຈັດຕັ້ງກອງປະຊຸມຢູ່ອາບຟຼິກກາ ມີຄວາມໝາຍສຳຄັນກ່ຽວກັບສັນຍາລັກ ເມື່ອ ທະວີບນີ້ ຍັງປະສົບກັບບັນດາບັນຫາຂອງ 50 ປີກ່ອນ, ຄື: ໄພເງິນເຟີ້ຢູ່ລະດັບສູງ. ສະພາບການການເມືອງຂາດສະຖຽນລະພາບ ແລະ ບັນຫາໜີ້ສິນ. ເຈົ້າໜ້າທີ່ທ່ານນີ້ ຖືວ່າ IMF ແລະ WB ຕ້ອງຍົກສູງກຳລັງຄວາມສາມາດເພື່ອໜູນຊ່ວຍໃຫ້ແກ່ບັນດາປະເທດທີ່ຕ້ອງການການໜູນຊ່ວຍ, ໃນນັ້ນມີການສະໜອງບັນດາບ້ວງຊ່ວຍເຫຼືອລ້າ ດ້ວຍຂອບຂະໜາດທີ່ໃຫຍ່ກ່ວາ. ທ່ານນາງຮຽກຮ້ອງຕ້ອງປັບປຸງລະບົບ ໂຄ້ຕາ ປະກອບດ້ານການເງິນຂອງບັນດາປະເທດສະມາຊິກ IMF ເພື່ອເພີ່ມທະວີການໜູນຊ່ວຍໃຫ້ແກ່ບັນດາປະເທດທີ່ມີລາຍຮັບຕ່ຳກ່ວາ.

ຕອບກັບ