ກອງປະຊຸມລັດຖະມົນຕີ ອາຊຽນ+3, ກອງປະຊຸມຂັ້ນສູງອາຊີຕາເວັນອອກ ແລະ ARF

Chia sẻ
(VOVWORLD) - ກອງປະຊຸມລັດຖະມົນຕີ ອາຊຽນ - ອາຊີຕາເວັນອອກ ຄັ້ງທີ 8 ກັບ 8 ປະເທດນັ້ນແມ່ນ: ຈີນ, ສ. ເກົາຫຼີ, ອົດສະຕາລີ, ອິນເດຍ, ນິວຊີແລນ, ລັດເຊຍ ແລະ ອາເມລິກາ

ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 51 (AMM 51) ແລະ ບັນດາກອງປະຊຸມກ່ຽວຂ້ອງພວມຈັດຕັ້ງຢູ່ ສິງກະໂປ, ໃນວັນທີ 4 ສິງຫາ, ບັນດາລັດຖະມົນຕີຂອງ ອາຊຽນ ແລະ 3 ຄູ່ຮ່ວມມືແມ່ນຈີນ, ສ. ເກົາຫຼີ ແລະ ຍີ່ປຸ່ນ (ເອີ້ນຫຍໍ້ວ່າ ອາຊຽນ +3) ໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການຮ່ວມມື ແລະ ແບ່ງປັນບັນດາສິ່ງທ້າທາຍເຊິ່ງພາກພື້ນພວມຕ້ອງປະເຊີນໜ້າ. ນີ້ແມ່ນກອງປະຊຸມຄັ້ງທີ 19 ຂອງບັນດາລັດຖະມົນຕີ ອາຊຽນ +3 ນັບແຕ່ເມື່ອກົນໄກນີ້ໄດ້ຮັບການສ້າງຕັ້ງ.

        ແລະກໍ່ໃນວັນດຽວກັນ, ກອງປະຊຸມລັດຖະມົນຕີ ອາຊຽນ - ອາຊີຕາເວັນອອກ ຄັ້ງທີ 8 ກັບ 8 ປະເທດນັ້ນແມ່ນ: ຈີນ, ສ. ເກົາຫຼີ, ອົດສະຕາລີ, ອິນເດຍ, ນິວຊີແລນ, ລັດເຊຍ ແລະ ອາເມລິກາ (ເອີ້ນຫຍໍ້ວ່າ EAS) ກໍ່ໄດ້ຈັດຕັ້ງຢູ່ສູນກອງປະຊຸມສາກົນສິງກະໂປ. ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບແຜນການເຮັດໃຫ້ກົນໄກຮ່ວມມືໃນປະຈຸບັນຂອງອາຊີຕາເວັນອອກໃຫ້ພົນເດັ່ນກ່ວາ.  

        ທີ່ເວທີປາໄສຄວາມໝັ້ນຄົງ ພາກພື້ນ ARF ຄັ້ງທີ 25 ກໍ່ຈັດບັນດາວາລະປະຊຸມວົງແຄບ ແລະ ວາລະປະຊຸມຄົບຄະນະໃນວັນທີ 4 ສິງຫາ.

ຕອບກັບ