ກອງປະຊຸມລັດຖະມົນຕີ ການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 11

Chia sẻ
(VOVWORLD) - ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຕີລາຄາການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ໄດ້ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການພັດທະນາ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ.
ກອງປະຊຸມລັດຖະມົນຕີ ການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 11 - ảnh 1ລັດຖະມົນຕີບັນດາປະເທດ ອະນຸພາກພື້ນແມ່ນ້ຳຂອງ ແລະ ຍີ່ປຸ່ນ

ຕອນບ່າຍວັນທີ 3 ສິງຫາ, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 51 ພວມຈັດຕັ້ງຢູ່ ສິງກະໂປ, ກອງປະຊຸມລັດຖະມົນຕີການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 11 ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດຄື: ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ຍີ່ປຸ່ນ. ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

        ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຕີລາຄາການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ໄດ້ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການພັດທະນາ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ. ບັນດາລັດຖະມົນຕີໄດ້ເຫັນດີກ່ຽວກັບບັນຫາບຸລິມະສິດຂອງການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ໃນໄລຍະຈະມາເຖິງ, ເຊິ່ງລວມມີ: ການເຊື່ອມຕໍ່ມະນຸດ ແລະ ພັດທະນາແບບຍືນຍົງ.

        ກໍ່ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ສະເໜີ 3 ຂົງເຂດຮ່ວມມືໃນໄລຍະຈະມາເຖິງຄື: ເພີ່ມທະວີການໜູນຊ່ວຍບັນດາປະເທດ ແມ່ນ້ຳຂອງ ພັດທະນາເຄືອຂ່າຍຄົມມະນາຄົມຫຼາຍຮູບແບບ ແລະ ລະບົບ logistics ເຊື່ອມຕໍ່ບັນດາແຂວງ/ນະຄອນ ຢູ່ເຂດອະນຸພາກພື້ນ; ຊຸກຍູ້ວິວັດການຫັນເປັນອຸດສາຫະກຳ ຢູ່ເຂດອະນຸພາກພື້ນຜ່ານການສ້າງບັນດາລະບົບອຸດສາຫະກຳ…

ຕອບກັບ