ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ ຄັ້ງ​ທີ 11 ຮັບ​ຮອງ​ເອົາຖະ​ແຫຼງ​ການ ​ຮະ​ລອງ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 12 ຕຸລາ, ຢູ່ນະຄອນ ຮະລອງ (ແຂວງ ກວາງນິງ), ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ ຄັ້ງທີ 11 ໄດ້ໄຂຂຶ້ນຢ່າງເປັນທາງການ.

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ ຄັ້ງ​ທີ 11 ຮັບ​ຮອງ​ເອົາຖະ​ແຫຼງ​ການ ​ຮະ​ລອງ - ảnh 1ການນຳບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ທີ່ກອງປະຊຸມ, ຜູ້ແທນຫຼາຍທ່ານໄດ້ຕີລາຄາ ອາຊຽນ ແມ່ນໜຶ່ງໃນບັນດາພາກພື້ນພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຍ້ອນການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ. ຊຸມປີຜ່ານມາ, ໄພທຳມະຊາດ ໄດ້ກໍ່ຜົນຮ້າຍຢ່າງຫນັກຫນ່ວງກ່ຽວກັບຊີວິດອິນຊີ ແລະ ເສດຖະກິດ ຂອງບັນດາປະເທດ ອາຊຽນ, ເຮັດໃຫ້ຫຼາຍບ່ອນມີການພັດທະນາຢ່າງຊັກຊ້າ.

ດັ່ງນັ້ນ, ບັນດາປະເທດ ອາຊຽນຄວນພ້ອມກັນສ້າງບັນດາກົນໄກຮ່ວມມືໃໝ່, ເພີ່ມທະວີການແບ່ງປັນຂໍ້ມູນ, ສ້າງຊ່ອງທາງເຊື່ອມຕໍ່ທຸກຂັ້ນ, ມີໂຄງການຮ່ວມມືກ່ຽວກັບການບຳລຸງສ້າງ, ເຜີຍແຜ່ບັນດາວິທີການສຳຜັດທີ່ກ້າວໜ້າ, ຕ້ອງເຊັນ ສັນຍາສະບັບຕ່າງໆເພື່ອພ້ອມກັນຮັບມືກັບໄພທຳມະຊາດໃຫ້ດີກວ່າ. ທ່ານ Muhd Harrith Rahidi ຜູ້ອຳນວຍການສູນຄຸ້ມຄອງໄພທຳມະຊາດ ແຫ່ງຊາດ ບຣູໄນ ໃຫ້ຂໍ້ສັງເກດວ່າ:

ໃນໄລຍະຜ່ານມາ, ຫວຽດນາມ ໄດ້ສວມບົດບາດເປັນປະທານໃນການຮ່ວມມື ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ ແລະ ໄດ້ສະແດງໃຫ້ເຫັນບົດບາດຫຼັກແຫຼ່ງຂອງຕົນດ້ວຍວິທີການຜັນຂະຫຍາຍຫຼາຍການເຄື່ອນໄຫວທີ່ບັນລຸໝາກຜົນດີພໍສົມຄວນ. ພວກຂ້າພະເຈົ້າຈະສືບຕໍ່ປະຕິບັດບັນດາຂໍ້ລິເລີ່ມ ທີ່ດີ ເຊິ່ງ ຫວຽດນາມ ໄດ້ຜັນຂະຫຍາຍ ເພື່ອໃຫ້ບັນດາປະເທດ ພ້ອມກັນກະທຳໂດຍໄວ, ເພີ່ມທະວີຄວາມາມາດໃນການຮັບມືກັບໄພທຳມະຊາດ.

ຕອບກັບ