ກອງປະຊຸມຝຶກອົບຮົມການເຜີຍແຜ່ກົດໝາຍໃຫ້ແກ່ພະນັກງານຫລັກແຫລ່ງເຂດຊາຍແດນຫວຽດນາມ-ລາວ

Chia sẻ
ຕອນ​ເຊົ້າ​ວັນ​ທີ 12/6, ຢູ່​ແຂວງ ​ແທນ​ຮວາ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ໄດ້​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພັກ​ແຂວງ​ແທນ​ຮວາ ຈັດ​ຕັ້ງກອງ​ປະຊຸມ​ຝຶກ​ອົບຮົມ​​ເຜີຍ​ແຜ່ກົດໝາຍ​ໃຫ້​ແກ່​ພະນັກງານ​ຫລັກ​ແຫ​ລ່ງ​ເຂດ​ຊາຍ​ແດນ​ຫວຽດນາມ-​ລາວ​

ກອງປະຊຸມຝຶກອົບຮົມການເຜີຍແຜ່ກົດໝາຍໃຫ້ແກ່ພະນັກງານຫລັກແຫລ່ງເຂດຊາຍແດນຫວຽດນາມ-ລາວ - ảnh 1
ພາບປະກອບ:internet


(vovworld)-​​ ຕອນ​ເຊົ້າ​ວັນ​ທີ 12/6, ຢູ່​ແຂວງ ​ແທນ​ຮວາ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ໄດ້​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພັກ​ແຂວງ​ແທນ​ຮວາ ຈັດ​ຕັ້ງກອງ​ປະຊຸມ​ຝຶກ​ອົບຮົມ​​ເຜີຍ​ແຜ່ກົດໝາຍ​ໃຫ້​ແກ່​ພະນັກງານ​ຫລັກ​ແຫ​ລ່ງ​ເຂດ​ຊາຍ​ແດນ​ຫວຽດນາມ-​ລາວ​ຢູ່​ບໍລິ​ເວນ​ແຂວງ ​ແທນ​ຮວາ.  ທີ່ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ຜູ້ຕາງຫນ້າ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ​ ​ເຜີຍ​ແຜ່​ເອກະສານ​ນິຕິ​ກຳ​ບາງ​ສະບັບ​ກ່ຽວຂ້ອງ​ເຖິງ​ຊາຍ​ແດນ ຫວຽດນາມ - ລາວ, ໝາກຜົນ​ວຽກ​ງານ​ປັກຫລັກ​ໝາຍ​ຖີ່, ບູລະນະ​ລະບົບ​​ຫລັກ​ໝາຍລະຫວ່າງ​ສອງ​ປະ​ເທດ, ໝາກຜົນ​ຂອງ​ໄລຍະ 3 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ຈຸດໝາ​ຍ​ແຫ່ງ​ຊາດ ສົ່ງ​ຂໍ້​ມູນ​ຂ່າວສານ​ລົງ​​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊາຍ​ແດນ ​ແລະ ໝູ່​ເກາະ (2011-2013), ບົດຮຽນ​ໃນ​ວຽກ​ງານ​ຂົນຂວາຍ​ໝູ່​ມະຫາຊົນ​ຢູ່​ເຂດ​ຊາຍ​ແດນ​ຂອງ​ຜູ້ຕາງຫນ້າ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ. ກອງ​ປະຊຸມ​ກໍ​ໄດ້​ສຸມ​ໃສ່​ແລກປ່ຽນ​ບົດຮຽນ, ​​ໄຈ້​ແຍກ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ, ປຶກສາ​ຫາລື​ມາດ​ຕະການ​ເພື່ອ​ສືບ​ຕໍ່​ຍູ​້​ແຮງ​ການ​​ເຜີຍ​ແຜ່​ກົດໝາຍ​ໃນ​ເຂດ​ຊາຍ​ແດນ, ນຳ​ແຜນ​ນະ​ໂຍບາຍ,​ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ​ເຖິງ​ປະຊາຊົນ, ຊ່ວຍ​ພໍ່​ແມ່​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ພັດທະນາ​ການ​ຜະລິດ, ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ເຂົ້າ​ສູ່​ຄວາມ​ເປັນ​ປົກກະຕິ, ປະກອບສ່ວນ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ.