ກອງປະຊຸມປະທານຄະນະກຳມະການໂຮມປະເທດຊາດບັນດາແຂວງນະຄອນ
( ພາບ: mattran.org.vn )
( vovworld ) – ວັນທີ 11/7, ຢູ່ນະຄອນບວນມາທວດ, ແຂວງດັກລັກ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະທານຄະນະກຳມະການແນວແນວໂຮມປະເທດຊາດບັນດາແຂວງນະຄອນ ເພື່ອຜັນຂະຫຍາຍວຽກງານ 6 ເດືອນ ທ້າຍປີ. ບົດລາຍງານຂອງຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕີລາຄາວ່າ, ໃນ 6 ເດືອນຕົ້ນປີ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນ ແລະ ບັນດາອົງການຈັດຕັ້ງສະມາຊິກ ໄດ້ຈັດຕັ້ງການເຄື່ອນໄຫວ, ບັ້ນຂົນຂວາຍໃໝ່ຫຼາຍຢ່າງ, ອັນໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ. ການເຄື່ອນໄຫວການຕ່າງປະເທດປະຊາຊົນສືບຕໍ່ໄດ້ຮັບການປະຕິບັດໄດ້ດີ, ພິເສດແມ່ນການເຄື່ອນໄຫວຂອງແນວໂຮມທຸກຂັ້ນ ແລະ ບັນດາອົງການຈັດຕັ້ງສະມາຊິກ ເນື່ອງໃນໂອກາດປີ ”ແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ 2012” ແລະ ປີ ”ມິດຕະພາບຫວຽດນາມ - ກຳປູເຈຍ”. ກ່າວຄວາມເຫັນທີ່ກອງປະຊຸມ. ທ່ານ Huynh Dam, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ,ກ່າວວ່າ:
”ໂດຍຜ່ານກອງປະຊຸມນີ້, ພວກເຮົາມີໂອກາດແລກປ່ຽນ, ຖອດຖອນບົດຮຽນລະຫວ່າງທ້ອງຖີ່ນຕ່າງໆນຳກັນ, ພ້ອມທັງປະກອບຄວາມເຫັນເພື່ອມີພື້ນຖານພຶດຕິກຳຕົວຈິງແນໃສ່ປະຕິບັດບົດບາດຊີ້ນຳ, ແນະນຳ, ບໍລິຫານແນວໂຮມຂອງຕົນ, ຈາກນັ້ນສ້າງກຳລັງແຮງໃໝ່ໃຫ້ແນວໂຮມປະເທດຊາດຫວຽດນາມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ້ງຫວັງຂອງພັກ ແລະ ປະຊາຊົນທຸກຊັ້ນວັນນະ ”