ກອງປະຊຸມປະຈຳປີຄັ້ງທີ 22 ລະຫວ່າງຄະນະ ຜູ້ແທນຊາຍແດນ ຫວຽດນາມ - ລາວ

Chia sẻ

ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 22 ລະຫວ່າງ​ຄະນະ​ຜູ້​ແທນ​ຊາຍ​ແດນ​ຫວຽດນາມ - ລາວ

 

ກອງປະຊຸມປະຈຳປີຄັ້ງທີ 22 ລະຫວ່າງຄະນະ ຜູ້ແທນຊາຍແດນ ຫວຽດນາມ - ລາວ - ảnh 1


(vovworld) - ວັນ​ທີ 6/7 ຢູ່​ນະຄອນຫຼວງ​ວຽງ​ຈັນ - ລາວ, ​ໄດ້​ດຳ​ເນີນກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 22 ລະຫວ່າງ​ຄະນະ​ຜູ້​ແທນ​ຊາຍ​ແດນ​ຫວຽດນາມ - ລາວ. ນະ​ທີ່​ນີ້, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Ho Xuan Son ​ແລະ ຫົວໜ້າ​ຄະນະ​ຜູ້​ແທນ​ລາວ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ ບູນ​ເກີດ ສັງ​ສົມ​ສັກ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ທິດ​ທາງ​ແຫ່ງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ວຽກ​ງານ​ຄຸ້ມ​ຄອງ ການ​ໄປມາ​ຜ່ານ​ຊາຍ​ແດນ; ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ, ການ​ຄ້າ​ໃນ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ. ​ເພື່ອ​ປະຕິບັດ​ສັນຍາ​ກົດ​ລະບຽບ​ຊາຍ​ແດນ​ໃນ​ໄລຍະ​ຈະ​ມາ​ເຖິງ​ເປັນ​ຢ່າງ​ດີ, ສອງ​ຝ່າຍ​ໄດ້​ສ້າງ​ສຳ​ເລັດ​​ແຜ​ນຮ່າງ ”ຂໍ້​ຕົກລົງ​ລະຫວ່າງ​ລັດຖະບານ ສສ ຫວຽດນາມ ​ແລະ ລັດຖະບານ ສປປ ລາວ ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຄົນອົບ​ພະຍົບຢ່າງ​ເສ​ລີ ​ແລະ ສົມລົດ​ບໍ່​ຖືກຕ້ອງ​ຕ່າງ​ກົດໝາຍ ​ໃນ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ” ​ແລະ ຈະ​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ​ສອງ​ປະ​ເທດ​ພິຈາລະນາ, ອະນຸຍາດ​ໃຫ້​ລົງ​ນາມ​ຢ່າງ​ເປັນ​ທາງ​ການ​ໂດຍ​ໄວ. ກ່ຽວ​ກັບ​ໂຄງການ​ປັກ​ຫຼັກ​ໝາຍ​ຖີ່ ​ແລະ ບຸລະນະ​ລະບົບ​ຫຼັກ​ໝາຍຊາຍ​ແດນຫວຽດນາມ - ລາວ, ສອງ​ຝ່າຍ​ໝັ້ນ​ໝາຍ​ຍູ້​​ໄວ​ກວ່າ​ອີກ​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ​ໂຄງການ ​ເພື່ອ​ຮັບປະກັນ​ປະຕິບັດ​ສຳ​ເລັດ​ໃນ​ປີ 2014 ​ໃຫ້​ຖືກຕ້ອງ​ຕາມ​ການ​ຊີ້​ນຳ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ