ກອງປະຊຸມທາບທາມຄວາມເຫັນດ້ານການເມືອງລະຫວ່າງ ຫວຽດນາມ ແລະ ໂປໂລຍ

Chia sẻ
(VOVWORLD) - ວັນທີ 19 ພະຈິກ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂຕແອງຢຸງ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂປໂລຍ Marcin Przydac ເປັນປະທານຮ່ວມກອງປະຊຸມທາບທາມຄວາມເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ໂປໂລຍ ຕາມຮູບການອອນລາຍ.
ກອງປະຊຸມທາບທາມຄວາມເຫັນດ້ານການເມືອງລະຫວ່າງ ຫວຽດນາມ ແລະ ໂປໂລຍ - ảnh 1 ກອງປະຊຸມທາບທາມຄວາມເຫັນດ້ານການເມືອງລະຫວ່າງ ຫວຽດນາມ ແລະ ໂປໂລຍ (ພາບ: TTXVN)

        ທີ່ກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນຫາທະເລຕາເວັນອອກ; 2 ຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ພິເສດແມ່ນຢູ່ສະຫະປະຊາຊາດ ເພື່ອແນໃສ່ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອງຢຸງ ຂອບໃຈໂປໂລຍ ທີ່ໄດ້ຕັ້ງໜ້າສະໜັບສະໜູນເລື່ອງເຊັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA) ແລະ ສະເໜີ ໂປໂລຍ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ EVIPA ໃຫ້ສຳເລັດໂດຍໄວ ເພື່ອຫັນບັນດາຜົນປະໂຫຍດ ທີ່ສັນຍານຳມາໃຫ້ໃຫ້ປະກົດຜົນເປັນຈິງ.

        2 ຝ່າຍກໍ່ໄດ້ເຫັນດີເປັນເອກະພາບ ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດ: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ຕຸລາການ, ກະສິກຳ, ຊັບພະຍາກອນ - ສິ່ງແວດລ້ອມ, ວັດທະນະທຳ, ການທ່ອງທ່ຽວ…

        ໃນສະພາບການໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນ, 2 ຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ 2 ປະເທດໄດ້ກັບຄືນປະເທດຢ່າງປອດໄພ.     

ຕອບກັບ